ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງໂຕກຽວ ປະເທດຍີ່ປຸ່ນເມື່ອວັນທີ 23 ເມສາວ່າ ກອງກຳລັງປ້ອງກັນຕົນເອງ ຂອງຍີ່ປຸ່ນ (JSDF) ອອກຖະແຫຼງການເມື່ອວັນອາທິດ ເລື່ອງການສົ່ງເຮືອຮົບພິຄາດ 2 ລຳຊື່ "ຊາມິດາເຣະ" ແລະ “ອາຊິງາຣະ” ເດີນທາງອອກຈາກນ່ານນໍ້າ ໃນພາກຕາເວັນຕົກຂອງປະເທດ ເມື່ອວັນສຸກທີ່ຜ່ານມາ ເພື່ອເຂົ້າຮ່ວມເຝິກຊ້ອມຮົບ ກັບກອງເຮືອຮົບພິຄາດຂອງອາເມຣິກາ “ອາມາດາ” ນຳໂດຍເຮືອບັນທຸກຍົນ “ຢູເອສເອສ ຄາຣ໌ລ ວິນສັນ” ທີ່ກຳລັງມຸ່ງໜ້າສູ່ແຫຼມສະໝຸດເກົາຫຼີ ເພື່ອສະແດງອຳນາດທາງການທະຫານ ໃຫ້ກັບເກົາຫຼີເໜືອເຫັນ ທ່າມກາງຄວາມວິຕົກກັງວົນ ວ່າລັດຖະບານເກົາຫຼີເໜືອ ຈະທົດສອບລະເບີດນິວເຄລຍເທື່ອໃໝ່.
ທັງນີ້ ເຮືອຮົບພິຄາດຂອງກອງທັບເຮືອຍີ່ປຸ່ນທັງສອງລຳ ກຳລັງເດີນທາງຮ່ວມໄປກັບ ກອງເຮືອຮົບພິຄາດອາມາດາ ຂອງອາເມຣິກາ ຈົນຮອດນ່ານນໍ້າທາງເໜືອ ຂອງທະເລຈີນຕາເວັນອອກ ແຕ່ບໍ່ໄດ້ມີການລະບຸຢ່າງຊັດເຈນວ່າ ເຮືອຮົບຂອງທັງສອງປະເທດ ຈະຮ່ວມກຸ່ມນຳກັນຈົນຮອດມື້ໃດ ເຊິ່ງປະຈຸບັນຍີ່ປຸ່ນ ເປັນປະເທດທີ່ມີເຮືອຮົບພິຄາດ ຫຼາຍເປັນອັນດັບ 2 ຮອງຈາກຈີນ.
ສຳລັບເກົາຫຼີເໜືອທົດສອບລະເບີດນິວເຄລຍ ມາແລ້ວຢ່າງໜ້ອຍ 5 ເທື່ອ ນັບຕັ້ງແຕ່ປີ 2006 ໂດຍ 2 ເທື່ອລ່າສຸດ ເກີດຂຶ້ນເມື່ອປີກ່ອນນີ້ເອງ ແຕ່ໃນຊ່ວງທີ່ວ່າງຈາກການທົດສອບລະເບີດນິວເຄລຍ ທາງເກົາຫຼີເໜືອ ກໍ່ໄດ້ທົດສອບບັນດາຂີປະນາວຸດຕ່າງໆ ແລະ ມີຫຼາຍເທື່ອທີ່ໄດ້ໄປຕົກໃນເຂດທະເລຍີ່ປຸ່ນ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment