ນັກສະແດງສາວຈາກໄທ "ອອມ ສຸຊາ" ຫຼົງຮັກແຂວງຫຼວງພະບາງ ແລະ ຈະກັບມາອີກແນ່ນອນ!!

 
ໃນຊ່ວງປີໃໝ່ລາວທີ່ຜ່ານມາ ນັກສະແດງສາວ ອອມ ສຸຊາ ດາລາ-ນັກສະແດງຊື່ດັງຈາກປະເທດໄທ ກໍມີໂອກາດໄດ້ມາຢ້ຽມຢາມປະເທດລາວຂອງເຮົາ ໂດຍນັກສະແດງສາວຄົນນີ້ໄດ້ມາພັກຜ່ອນໃນຊ່ວງປີໃໝ່ທີ່ ແຂວງຫຼວງພະບາງ ເຊິ່ງທົ່ວໂລກຮູ້ຈັກກັນໃນນາມ ເມືອງມໍລະດົກໂລກ, ໃນການມາພັກຜ່ອນໃນຄັ້ງນີ້ ເຮັດໃຫ້ດາລາສາວຫຼົງຮັກໃນຄວາມງາມຂອງເມືອງມໍລະດົກໂລກ ຈົນເຖິງຂັ້ນບໍ່ຢາກກັບ ເພາະມັກໃນວັດທະນະທຳ ຮີດຄອງປະເພນີ ມັກໃນຄວາມສະຫງົບ ຄວາມງາມ ວິຖີຊີວິດ ແລະ ມັກໃນທຳມະຊາດທີ່ຍັງຄົງຄວາມງາມແບບສຸດໆ ແລະ ອອມ ຍັງບອກຜ່ານ ອິນສະຕາແກຼມສ່ວນຕົວອີກວ່າ ນາງຈະກັບມາ ເມືອງມໍລະດົກໂລກ ກໍຄືປະເທດລາວເຮົາອີກຢ່າງແນ່ນອນ, ທີມງານເຮົາກໍບໍ່ພາດທີ່ຈະນຳເອົາຮູບພາບຂອງດາລາສາວຄົນນີ້ມາຝາກ ມາເບິ່ງກັນໄດ້ເລີຍ!!!

#ຄົນລາວ_ຮັກປະເທດລາວ_ແຊຣໄປໃຫ້ໂລກຮູ້ເຖິງຄວາມງົດງາມຂອງປະເທດລາວ













ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຂອບໃຈແຫຼ່ງຂ່າວຈາກ: ຂວັນໃຈ ແລະ aom_sushar ,ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments