ເວັບໄຊ້ anonhq.com ສື່ ແລະ ກຸ່ມເຄື່ອນໄຫວຊື່ດັງ ໄດ້ລາຍງານຂ່າວກໍລະນີ ຣັດເຊຍເປັນໜຶ່ງໃນປະເທດ ທີ່ຊົງອຳນາດຫຼາຍທີ່ສຸດໃນໂລກ ແລະ ລ່າສຸດຄວາມສຳພັນລະຫວ່າງຕາເວັນອອກ ແລະ ຕາເວັນຕົກໃນຂະນະນີ້ ເໝືອນວ່າຈະຫ່າງເຫີນກັນຫຼາຍ. ດັ່ງນັ້ນ, ປະທານາທິບໍດີ ວລາດິເມຍ ປູຕິນ ຜູ້ນຳຣັດເຊຍໄດ້ສະເໜີ ໃຫ້ຣັດເຊຍຖອນໂຕອອກຈາກລະບົບ ທະນາຄານໂລກ ແລະ ຖືຄອງຄຳແທນເງິນໂດລ່າ.
ບໍ່ພຽງແຕ່ຣັດເຊຍເທົ່ານັ້ນ ທີ່ກຳລັງພິຈາລະນາເລື່ອງນີ້ຢູ່ ປະຈຸບັນປະເທດໃນກຸ່ມ BRICS ເຊັ່ນ: ບຣາຊິລ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້ ກໍ່ກຳລັງວາງແຜນ ທີ່ຈະອອກຈາກລະບົບທະນາຄານລະຫວ່າງປະເທດ ເພື່ອຄວາມເປັນອິດສະຫຼະທາງການເງິນຫຼາຍຂຶ້ນ.
ແຕ່ຢ່າງໃດກໍ່ຕາມສຳລັບ ປູຕິນ ກ່າວວ່າ ໄພຄຸກຄາມທີ່ເປັນບັນຫາສຳຄັນ ທີ່ເກີດຂຶ້ນຫາກຣັດເຊຍອອກຈາກລະບົບ ການທະນາຄານທົ່ວໂລກ ແມ່ນລະບົບການສື່ສານການເງິນລະຫວ່າງປະເທດ ຫຼື ລະບົບ SWIFT ທີ່ຊ່ວຍໃຫ້ສາມາດໂອນເງິນ ໃນຕ່າງປະເທດໄດ້ງ່າຍ ແລະ ບັນຫາຢູ່ທີ່ ທະນາຄານລະຫວ່າງປະເທດ ກຳລັງຂູ່ວ່າ ຈະຫ້າມການເຂົ້າລະບົບນີ້ໂດຍຣັດເຊຍ ຫາກຣັດເຊຍຖອນໂຕອອກຈາກລະບົບທະນາຄານໂລກ.
ນັກເສດຖະສາດຫຼາຍຄົນ ໄດ້ແຈ້ງໃຫ້ທາງປູຕິນ ຮູ້ເຖິງຜົນທີ່ຈະຕາມມາ ຫາກຣັດເຊຍຖືກກຳຈັດອອກຈາກລະບົບ SWIFT.
Ewald
Nowotny ນັກເສດຖະສາດ ແລະຜູ້ກຳນົດນະໂຍບາຍຂອງທະນາຄານກາງເອີຣົບ
ໄດ້ເນັ້ນຢໍ້າວ່າ ຣັດເຊຍຈະຖືກກຳຈັດອອກຈາກລະບົບ SWIFT, ບໍລິສັດຕ່າງປະເທດ
ທີ່ເຮັດທຸລະກິດໃນຣັດເຊຍ ຈະເປັນກຸ່ມທຳອິດທີ່ໄດ້ຮັບຜົນກະທົບ.
Putin and Elvira Nabiullina |
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment