ສຳນັກຂ່າວເອເອຟພີ ລາຍງານວ່າ ໄມຄ໌ ເພນຊ໌ ຮອງປະທານາທິບໍດີ ຂອງອາເມຣິກາ ເຊິ່ງຢູ່ລະຫວ່າງການຢ້ຽມຢາມປະເທດຍີ່ປຸ່ນ ກ່າວຕໍ່ບັນດາທະຫານອາເມຣິກາ ທີ່ຢູ່ເທິງເຮືອຮົບບັນທຸກຍົນ ຢູເອສເອສ ໂຣນັລດ໌ ເຣແກນ ທີ່ເມືອງໂຍໂກສຸກະ ແຂວງຄານາງາວະ ປະເທດຍີ່ປຸ່ນເມື່ອວັນທີ 19 ເມສາ ລະບຸວ່າ ສາເຫດທີ່ເຮັດໃຫ້ຕົນ ຕ້ອງມາຢູ່ທີ່ຍີ່ປຸ່ນ ເພາະພາຍຸວາມກະຫາຍສົງຄາມທີ່ກຳລັງຖະລົ່ມ ອາຊີຕາເວັນອອກສ່ຽງເໜືອ ແລະ ກ່າວວ່າ ເກົາຫຼີເໜືອຖືເປັນ ປະເທດທີ່ອັນຕະລາຍທີ່ສຸດ ແລະ ເປັນໄພຄຸກຄາມທີ່ເລັ່ງດ່ວນ ສຳລັບສັນຕິພາບ ແລະ ຄວາມໝັ້ນຄົງ ໃນອາຊີ-ປາຊີຟິກ ແລະ ອາເມຣິກາ ຈະເອົາຊະນະການໂຈມຕີໃດໆ ແລະ ຕອບໂຕ້ການໃຊ້ອາວຸດທົ່ວໄປ ຫຼື ອາວຸດນິວເຄລຍ ດ້ວຍການຕອບໂຕ້ຂອງອາເມຣິກາ ທີ່ເໜືອກວ່າ ແລະ ມີປະສິດທິພາບກວ່າ.
ຄຳກ່າວຂອງ ໄມຄ໌ ເພນຊ໌ ມີຂຶ້ນຫຼັງຈາກເຈົ້າຫນ້າທີ່ລະດັບສູງຂອງເກົາຫຼີເໜືອ ອອກມາກ່າວວ່າ ເກົາຫຼີເໜືອຈະບໍ່ຢຸດຕິໂຄງການທົດສອບຂີປະນາວຸດ ແລະ ພ້ອມທີ່ຈະທົດສອບແບບລາຍອາທິດ ລາຍເດືອນ ແລະ ລາຍປີ ລວມທັງພ້ອມທີ່ຈະເຮັດສົງຄາມເຕັມຮູບແບບ ຫາກທາງອາເມຣິກາໃຊ້ມາຕະການທາງການທະຫານໃດໆ ກັບທາງເກົາຫຼີເໜືອ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment