ອາເມຣິກາຢືນຢັນ ມອບຄວາມຄຸ້ມຄອງຍີ່ປຸ່ນ ແລະ "ທັງສອງພ້ອມຕອບໂຕ້ເກົາຫຼີເໜືອ ດ້ວຍກຳລັງອາວຸດ" !!!



ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງໂຕກຽວ ປະເທດຍີ່ປຸ່ນເມື່ອວັນທີ 18 ເມສາວ່າ ນາຍົກລັດຖະມົນຕີ ຊິນໂຊ ອາເບະ ໃຫ້ການຕ້ອນຮັບຮອງປະທານາທິບໍດີ ໄມຄ໌ ເພນຊ໌ ທີ່ທຳນຽບລັດຖະບານໃນກຸງໂຕກຽວ ເມື່ອວັນອັງຄານທີ່ຜ່ານມາ ໂດຍຮອງຜູ້ນຳອາເມຣິກາຢືນຢັນ ການເປັນພັນທະມິດດ້ານຄວາມໝັ້ນຄົງ ລະຫວ່າງອາເມຣິກາ ແລະ ຍີ່ປຸ່ນຖືເປັນ "ຮາກຖານອັນແຂງແກ່ນ" ຂອງສັນຕິພາບ ແລະ ຄວາມໝັ້ນຄົງ ໃນພູມມິພາກອາຊີຕາເວັນອອກສ່ຽງເໜືອ.


 ທັງນີ້ ກຸງໂຕກຽວຖືເປັນຈຸດໝາຍທີ່ 2 ໃນການເດີນທາງຢ້ຽມຢາມອາຊີ ໃນຂອບເຂດເວລາ 10 ມື້ຂອງເພນຊ໌ ຕັ້ງແຕ່ວັນອາທິດທີ່ຜ່ານມາ ເຊິ່ງເປັນມື້ດຽວກັນກັບ ທີ່ທາງເກົາຫຼີເໜືອ ທົດສອບຂີປະນາວຸດເທື່ອໃໝ່ ແຕ່ລົ້ມເຫຼວ ແຕ່ຍັງຄົງເອີ້ນສຽງປະນາມຈາກຫຼາຍຝ່າຍ ຂະນະທີ່ຮອງຜູ້ນຳອາເມຣິກາກ່າວວ່າ ລັດຖະບານເກົາຫຼີເໜືອ ຍັງສະແດງ ພຶດຕິກຳ "ເປັນໄພຄຸກຄາມດ້ານຄວາມໝັ້ນຄົງ" ຕໍ່ພູມມິພາກ ແລະ ລັດຖະບານອາເມຣິກາ ກຳລັງພິຈາລະນາ ທາງເລືອກທຸກແບບ ທີ່ເປັນໄປໄດ້ ໃນການຈັດການສະຖານະການ ລວມທັງການໃຊ້ກຳລັງທະຫານ ພ້ອມທັງເຕືອນ ເກົາຫຼີເໜືອ "ຢ່າທ້າທາຍ" ປະທານາທິບໍດີ ທຣັມ.

ດ້ານນາຍົກຍີ່ປຸ່ນ ຮຽກຮ້ອງໃຫ້ທຸກຝ່າຍ ເຈລະຈາຮ່ວມກັນຢ່າງສັນຕິ ເພື່ອຫຼຸດຄວາມຂັດແຍ່ງ ແຕ່ຍອມຮັບວ່າ ໃນອະນາຄົດອາດຕ້ອງມີການໃຊ້ "ມາດຕະການເດັດຂາດ" ຫາກເກົາຫຼີເໜືອ ຍັງບໍ່ຍອມຢຸດຕິ ໂຄງການນິວເຄລຍ ຂະນະທີ່ກ່ອນຫາລືກັບຮອງຜູ້ນຳອາເມຣິກາ, ຜູ້ນຳຍີ່ປຸ່ນ ຮ່ວມກັບລັດຖະບານ ກຳລັງຮ່າງແຜນການຮອງຮັບ ສະຖານະການສຸກເສີນ ຫາກວ່າສະຖານະການເທິງແຫຼມເກົາຫຼີ ລຸກລາມຮອດຂັ້ນເປັນການສູ້ຮົບ ຫຼື ສົງຄາມໂລກ ຄັ້ງທີ່ 3 ເຊິ່ງອາດພາໃຫ້ເກີດຄື້ນຜູ້ອົບພະຍົກມາສູ່ຍີ່ປຸ່ນ ແລະ ທາງຍີ່ປຸ່ນກຳລັງ ກຽມແຜນການສຸກເສີນ ສຳລັບອົບພະຍົກພົນລະເມືອງຍີ່ປຸ່ນ ໃນເກົາຫຼີໃຕ້ ທີ່ມີປະມານ 60,000 ຄົນນຳອີກ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments