ພໍ່-ແມ່ ຊາວອອສເຕຣເລຍຊ໊ອກ!!! ສະຫຼາມງັບລູກສາວລົງທະເລ ຕໍ່ໜ້າຕໍ່ຕາ


 ສຳນັກຂ່າວຣອຍເຕີ້ ແລະ ເອເອຟພີ ລາຍງານຈາກເມືອງຊິດນີ້ ປະເທດອອສເຕຣເລຍ ເມື່ອວັນທີ 18 ເມສາວ່າ ແລຕິເຊຍ ບຣາວເອີ ຢູ່ໃນລະຫວ່າງການພັກຜ່ອນກັບຄອບຄົວ ທີ່ເມືອງເອສເພີແຣນຊ໌ ປະເທດອອສເຕຣເລຍ ນາງໄດ້ລົງຫຼິ້ນນໍ້າ ໂດຍຫຼິ້ນກະດານໂຕ້ຄື້ນກັບພໍ່ ທີ່ຫາດໄວລີ່ ເມື່ອຕອນສວາຍຂອງວັນຈັນທີ່ຜ່ານມາ ໂດຍແມ່ກັບນ້ອງສາວ 2 ຄົນ ນັ່ງເບິ່ງທີ່ຊາຍຫາດ ແລະ ຢູ່ຊື່ໆ ສະຫຼາມໂຕໃຫຍ່ ໄດ້ບຸກເຂົ້າໂຈມຕີນາງ ໂດຍທີ່ບໍ່ທັນໄດ້ຕັ້ງໂຕ.

ໂດຍໃນຂະນະທີ່ເກີດເຫດ ຜູ້ເປັນພໍ່ຢູ່ຫ່າງໄກອອກໄປພໍສົມຄວນ ເມື່ອໄດ້ຍິນສຽງຮ້ອງທີ່ດັງ ຂອງລູກສາວ ຈຶ່ງໄດ້ຮີບລອຍນໍ້າເຂົ້າໄປຫາ ແຕ່ແລຕິເຊຍ ຖືກສະຫຼາມຄາບລົງໄປໃຕ້ນໍ້າ ແລະ ເມື່ອນາງຂຶ້ນມາທີ່ໜ້ານໍ້າອີກເທື່ອ ພໍ່ຈຶ່ງໄດ້ເອົາໂຕນາງຂຶ້ນມາຝັ່ງ ແລະ ເເມ່ທີ່ເຫັນເຫດການ ກໍ່ໄດ້ແຈ້ງເຈົ້າໜ້າທີ່ສຸກເສີນ ເຊິ່ງໄດ້ຮີບມາຮັບໂຕນາງ ໄປໂຮງໝໍ.



ເດັກສາວສູນເສຍຂາເບື້ອງໜຶ່ງ ແລະ ຈາກການເສຍເລືອດຫຼາຍ ເຮັດໃຫ້ນາງເສຍຊີວິດ ຫຼັງຈາກເກີດເຫດການນີ້ ທາງເຈົ້າໜ້າທີ່ໄດ້ສັ່ງປິດຫາດໄວລີ່ ຈົນກວ່າຈະມີການປະກາດເພີ່ມຕື່ມ ແລະ ປະກາດໃຫ້ປະຊາຊົນ ຫຼຸດຜ່ອນການຫຼິ້ນນໍ້າ ຕະຫຼອດແຄມຝັ່ງເມືອງເອສເພີແຣນຊ໌ ເປັນການຊົ່ວຄາວ.

ກໍລະນີຂອງແລຕິເຊຍ ນັບເປັນການເສຍຊີວິດຈາກການໂຈມຕີ ຂອງສະຫຼາມຄົນທຳອິດ ຂອງອອສເຕຣເລຍ ໃນປີນີ້ ຫຼັງຈາກມີຜູ້ເສຍຊີວິດ 2 ຄົນໃນປີກ່ອນ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments