ພໍ່ເຖົ້າຕາຍຢ່າງສະຫງົບ ແລະ ມີຄວາມສຸກຫຼາຍ! ຫຼັງໄດ້ຍິນຂ່າວວ່າ "ທຣັມ" ຖືກຖອດຖອນຕຳແໜ່ງ ປະທານາທິບໍດີ



ເວັບໄຊ້ຂ່າວອາເມຣິກາ “ນິວຢອກ ເດລີນິວສ໌” ລາຍງານຈາກລັດໂອເລກອນ ປະເທດອາເມຣິກາ ເມື່ອວັນທີ 18 ເມສາວ່າ ໄມເຄິລ ກາແລນ ເອລລຽຕ ອາຍຸ 75 ປີ ຊາຍຊະລາ ທີ່ອາໄສໃນລັດໂອເຣກອນ ອາເມຣິກາ ຈາກໄປຈາກໂລກນີ້ເມື່ອວັນທີ 6 ເມສາທີ່ຜ່ານມາ ຢ່າງສະຫງົບ ແລະ ມີຄວາມສຸກຫຼາຍ ດ້ວຍໂລກເລືອດຄັ່ງໃນຫົວໃຈ ທ່າມກາງຍາດ ແລະ ຜູ້ເບິ່ງແຍງຂ້າງກາຍ ຫຼັງຈາກທີ່ໄດ້ຍິນ ນາງ ເທເຣຊາ ເອລລຽຕ ອະດີດເມຍ ອາຍຸ 68 ປີ ໂທລະສັບຈາກເຮືອກຂອງນາງ ມາບອກ (ຂ່າວລວງ) ວ່າ ຂະນະນີ້ປະທານາທິບໍດີ ໂດນັລດ໌ ທຣັມ ຖືກຖອດຖອນຈາກຕຳແໜ່ງ ໂດຍຂະບວນການໃນລັດຖະສະພາແລ້ວ.

ແມ່ເຖົ້າ ເທເຣຊາ ກ່າວວ່າ ນາງຮູ້ວ່າ ຕອນທີ່ລົມກັບພໍ່ເຖົ້າໄມເຄິລນັ້ນ ຈະເປັນການລົມເທື່ອສຸດທ້າຍແລ້ວ ແລະ ສິ່ງທີ່ຈະເຮັດໃຫ້ລາວຈາກໄປຢ່າງສະຫງົບ ເຊິ່ງກໍ່ເປັນໄປຕາມນັ້ນ ພໍລາວໄດ້ຍິນວ່າ ທຣັມ ຖືກຖອດຖອນແລ້ວ ລາວກໍ່ມີລົມຫາຍໃຈດີໃຈເທື່ອສຸດທ້າຍ ກ່ອນທີ່ຈະຈາກໄປຢ່າງສະຫງົບ.

ແມ່ເຖົ້າ ເທເຣຊາ ຍັງເປີດເຜີຍອີກວ່າ ພໍ່ເຖົ້າໄມເຄິລ ຊັງໂດນັລດ໌ ທຣັມ ຫຼາຍ ແລະ ບໍ່ຕ້ອງການໃຫ້ທຣັມເປັນປະທານາທິບໍດີ ເຖິງແມ່ນວ່ານາງ ແລະ ລາວ ຢ່າຮ້າງກັນມາໄດ້ 20 ປີແລ້ວ ແຕ່ນາງກໍ່ຍັງຄົງໝັ່ນເບິ່ງແຍງລາວຢູ່ ນາງເປີດເຜີຍກັບສື່ວ່າ ອະດີດສາມີຈາກໄປຢ່າງສະຫງົບ ຫຼັງຈາກທີ່ໄດ້ຍິນວ່າ ທຣັມຖືກຖອດຖອນ ແລະ ເມື່ອສື່ທ້ອງຖິ່ນຖາມວ່າ ນາງຮູ້ສຶກຜິດບໍ່ ທີ່ຕວົະໄປແບບນັ້ນ ແມ່ເຖົ້າເທເຣຊາຕອບວ່າ ນາງບໍ່ຮູ້ສຶກຜິດ ຖ້າຫາກນາງສາມາດ ທີ່ຈະເປັນຄົນມອບຂ່າວທີ່ດີທີ່ສຸດ ໃຫ້ກັບລາວກ່ອນຕາຍໄດ້ ແລະ ນາງກໍ່ຈະເຮັດມັນແນ່ນອນ ແລະ ໃຜຈະໄປຮູ້ວ່າ ອີກບໍ່ດົນການຂີ້ຕວົະນີ້ ກໍ່ອາດຈະເປັນແທ້ຂຶ້ນມາກໍ່ໄດ້.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments