ບໍ່ເກັ່ງຄືຕອນຫາສຽງ! "ທຣັມ" ລົ້ມແຜນສ້າງກຳແພງກັ້ນເມັກຊິໂກ ຊີ້ຕ້ອງການງົບປະມານເພີ່ມ

 
ປະທານາທິບໍດີ ໂດນັລດ໌ ທຣັມ ຢຸດແຜນ ທີ່ຈະສ້າງກຳແພງຕະຫຼອດຊາຍແດນເມັກຊິໂກ ເພາະຈຳເປັນຕ້ອງຫາເງິນ ແລະ ງົບປະມານເພີ່ມ ເພື່ອໃຊ້ໃນພາລະກິດດັ່ງກ່າວ ນອກເໜືອຈາກງົບປະມານປະຈຳປີ ທີ່ຈະຕ້ອງຜ່ານການພິຈາລະນາຂອງສະພາ ພາຍໃນວັນທີ 28 ເມສານີ້.

ທັງນີ້ທາງພັກເດໂມແຄຣຕ ຂູ່ວ່າຈະຂວໍ້າຮ່າງງົບປະມານ ຫາກມີການລວມງົບປະມານ ສຳລັບການສ້າງກຳແພງຢູ່ນໍາ ແລະ ຫາກງົບປະມານນີ້ ບໍ່ຜ່ານການພິຈາລະນາຂອງສະພາ ກໍ່ຈະເຮັດໃຫ້ທາງລັດຖະບານອາເມຣິກາ ຕົກຢູ່ໃນສະພາວະ Shut Down ອີກຄັ້ງ ເຊິ່ງໝາຍຄວາມວ່າ ຈະເຮັດໃຫ້ໜ່ວຍງານຕ່າງໆຂອງພາກລັດ ບໍ່ມີງົບປະມານມາໃຊ້ໃນການດຳເນີນງານ.

ແຕ່ຢ່າງໃດກໍ່ຕາມ ທຣັມໄດ້ທວີຕຂໍ້ຄວາມລະບຸວ່າ ລາວຍັງຄົງສະໜັບສະໜູນ ການຈັດສ້າງກຳແພງ ແລະ ຈະຕ້ອງສ້າງຂຶ້ນມາໃຫ້ໄດ້ ໂດຍກ່ອນໜ້ານີ້ ທຣັມ ໄດ້ເປີດເຜີຍກັບສື່ວ່າ ລາວຈະຫາເງິນ ເພື່ອການຈັດສ້າງກຳແພງໃນຊ່ວງທ້າຍປີນີ້.

ຖ້າຫາກໂຄງການສ້າງກຳແພງເມັກຊິໂກນີ້ຢຸດຖາວອນ ຈະນຳຄວາມອັບອາຍມາໃຫ້ທາງ ປະທານາທິບໍດີ ທຣັມຢ່າງແນ່ນອນ ເພາະໃນຕອນຫາສຽງ ລາວໄດ້ນຳໃຊ້ມາຕະການຂໍ້ນີ້ມາເອີ້ນສຽງຮືຮາ ໄດ້ຢ່າງຫຼວງຫຼາຍ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments