ດ່ວນ!!! ຍີ່ປຸ່ນເພີ່ມສ້າງຂຸມຫຼົບນິວເຄລຍ ຫຼັງເກົາຫຼີເໜືອຍັງຄົງທ້າທາຍຊາວໂລກ ແລະ ຍັງຍິງຂີປະນາວຸດ!!!


 ເມື່ອວັນທີ 24 ເມສາ ສຳນັກຂ່າວຣອຍເຕີ້ ລາຍງານວ່າ ຍອດສັ່ງສ້າງຂຸມຫຼົບໄພນິວເຄລຍ ແລະ ຍອດສັ່ງຊື້ເຄື່ອງກັ່ນກອງອາກາດ ປ້ອງກັນລັງສີ ໃນປະເທດຍີ່ປຸ່ນສູງຂຶ້ນ ເມື່ອບໍ່ດົນມານີ້ ເປັນຜົນມາຈາກທີ່ເກົາຫຼີເໜືອ ເດີນໜ້າທົດສອບຂີປະນາວຸດ ທ້າທາຍຊາວໂລກ ແລະ ອາເມຣິກາຕໍ່ໄປ.

ຈາກການເປີດເຜີຍຂອງບໍລິສັດ ໂອຣິເບ ເຊກິ ເຊຊາຄຸໂຊ ຜູ້ຊ່ຽວຊານການຮັບສ້າງຂຸມຫຼົບໄພ ນິວເຄລຍໃຕ້ດິນ ຕັ້ງຢູ່ໃນເມືອງໂກເບ ປະເທດຍີ່ປຸ່ນລະບຸວ່າ ຍອດສັ່ງເຮັດຂຸມຫຼົບໄພ ພາຍໃນເດືອນເມສາພຽງເດືອນດຽວ ມີລາຍການສັ່ງເຮັດເຖິງ 8 ຂຸມ ເຊິ່ງຫຼາຍກວ່າປີກ່ອນຫຼາຍ. ສຳລັບຂຸມຫຼົບໄພນິວເຄລຍໃຕ້ດິນ ແມ່ນຂະໜາດສຳລັບ 13 ຄົນ ລາຄາປະມານ 25 ລ້ານເຢນ (ປະມານ 1,839,703,000 ກີບ) ໃຊ້ເວລາໃນການກໍ່ສ້າງ 4 ເດືອນ ສ່ວນເຄື່ອງກັ່ນກອງອາກາດປ້ອງກັນລັງສີ ສາມາດຂາຍໄດ້ 50 ເຄື່ອງ ແລະ ໜ້າຈະເພີ່ມຂຶ້ນອີກຫຼາຍ ສາມາດນຳໃຊ້ໄດ້ 6 ຄົນຕໍ່ເຄື່ອງ ລາຄາເຄື່ີອງລະ 620,000 ເຢນ (ປະມານ 45,636,000 ກີບ) ແລະ ສຳລັບ 13 ຄົນຕໍ່ເຄື່ອງ ເຊິ່ງຈະຕິດຕັ້ງໃນຂຸມຫຼົບໄພນິວເຄລຍ ລາຄາຢູ່ທີ່ 1.7 ລ້ານເຢນ (ປະມານ 125,133,000 ກີບ).

ຣອຍເຕີ້ລາຍງານວ່າ ຄວາມວິຕົກຂອງຊາວຍີ່ປຸ່ນວ່າຈະຖືກເກົາຫຼີເໜືອ ໂຈມຕີດ້ວຍແກ໊ສພິດມີສູງ ຫຼັງຈາກ ຊິນໂສະ ອາເບະ ນາຍົກລັດຖະມົນຕີ ກ່າວຕໍ່ລັດຖະສະພາຍີ່ປຸ່ນເມື່ອຕົ້ນເດືອນນີ້ວ່າ ເກົາຫຼີເໜືອອາດມີຂີດຄວາມສາມາດ ໃນການຕິດຫົວຮົບຂີປະນາວຸດບັນຈຸແກ໊ສພິດຊາຣິນ ແລະ ຂະນະດຽວກັນ ທາງເກົາຫຼີເໜືອ ກໍ່ທົດສອບຍິງຂີປະນາວຸດຫຼາຍຂຶ້ນ ເຊິ່ງການທົດສອບບາງເທື່ອ ຂີປະນາວຸດກໍ່ໄດ້ຕົກລົງໃນນ່ານນໍ້າເສດຖະກິດ ຂອງປະເທດຍີ່ປຸ່ນກໍ່ມີ ແລະ ເມື່ອວັນທີ 21 ເມສາທີ່ຜ່ານມາ ລັດຖະບານຍີ່ປຸ່ນ ຍັງຮຽກຮ້ອງໃຫ້ທ້ອງຖິ່ນ ຊ້ອມເຫດການອົບພະຍົກ ເມື່ອເກີດເຫດການໂຈມຕີດ້ວຍຂີປະນາວຸດ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments