ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ໄດ້ຈັດງານມະຫາກຳຊັບສິນທາງປັນຍາ ຄັ້ງທີ 3 ປະຈຳປີ 2017 ຂຶ້ນ ໃນຕອນແລງວັນທີ 21 ເມສາ ຜ່ານມາ, ທີ່ສູນການຄ້າລາວໄອເຕັກ; ພາຍໃນງານດັ່ງກ່າວ ຍັງໄດ້ມີພິທີ ຮັບຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດ “ເຂົ້າໄກ່ນ້ອຍ” ຂອງສະມາຄົມສົ່ງເສີມເຂົ້າໄກ່ນ້ອຍ ແຂວງຊຽງຂວາງ.
ພາຍໃນງານ ຍັງພິທີຮັບຄຳຮ້ອງຂໍຈົດທະບຽບສາກົນກ່ຽວກັບເຄື່ອງໝາຍການຄ້າ ໂດຍຜ່ານລະບົບອະນຸສັນຍາຂອງບໍລິສັດ ພະຄະເນດ ຫັດຖະກຳ ແພງໄໝ ແກລໍຣີ ແລະ ບໍລິສັດ ຈຳປາລາວການກະເສດ ແລະ ພິເສດໄປກວ່ານັ້ນ ຍັງມີພິທີມອບໃບຢັ້ງຢືນ ສິດທິບັດທີ່ອອກໃຫ້ພາຍໃຕ້ ກອບການຮ່ວມມື ເພື່ອອຳນວຍຄວາມສະດວກ ໃນການອອກສິດທິບັດ ສຳລັບຜູ້ຮ້ອງຂໍສິດທິບັດໃນ ສປປ ລາວ ລະຫວ່າງກົມຊັບທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສຳນັກງານສິດທິບັດປະເທດຍີ່ປຸ່ນ ນຳອີກ.
ທ່ານ ລິນທອງ ເພັດທະລາ ປະທານກຸ່ມຜະລິດເຂົ້າປອດສານຜິດ (ເຂົ້າໄກ່ນ້ອຍ) ແຂວງຊຽງຂວາງ ເປີດເຜີຍວ່າ: ພວກເຮົາມີ 4 ເມືອງ ຄື: ເມືອງແປກ, ເມືອງຄູນ, ເມືອງພູກູດ ແລະ ເມືອງຜາໄຊໂດຍມີເນື້ອທີ່ປູກ 10,000 ເຮັກຕາ ປະຊາຊົນແຕ່ລະຄົວເຮືອນຕອບສະໜອງເຂົ້າໄດ້ 1 ຫາ 5 ໂຕນ/ປີ ໂດຍເບື້ອງຕົ້ນເຮົາເລີ່ມຜະລິດ ເຮັດແບບກຸ່ມຜະລິດປະຖົມປະຖານ, ແຕ່ມາປີນີ້ພາກລັດໄດ້ສົ່ງເສີມສົ່ງມາ ຢ່າງຈິງຈັງ ແລະ ມີຕະຫຼາດ ຮອງຮັບຢູ່ແລ້ວ.
ເຖິງຢ່າງໃດກໍ່ຕາມ ທາງພັກ-ລັດຈະໄດ້ຮັບເອົາຈົດທະບຽນຖິ່ນກຳເນີດ “ເຂົ້າໄກ່ນ້ອຍ” ຂອງເຮົາ ຫວັງວ່າຈະມີຕະຫຼາດກວ້າງຂຶ້ນ ເປັນທີ່ຍອມຮັບຂອງສັງຄົມ ແລະ ສາກົນ ລວມທັງໄດ້ຮັບສິດໃນການຄຸ້ມຄອງ ແລະ ການສະຫງວນລິຂະສິດ ເປັນຕົ້ນ.
ງານມະຫະກຳຊັບສິນທາງປັນຍາ ໄຂຂຶ້ນແຕ່ວັນທີ 21 ເມສາ ເຖິງ 1 ພຶດສາພາ 2017 ໂດຍມີຜະລິດຕະພັນ ຈາກບັນດາຜູ້ປະກອບການຕ່າງໆເຂົ້າຮ່ວມວາງສະແດງ 100 ກວ່າຫ້ອງ ແລະ ພາຍໃນງານ ຍັງເປັນການ ເປີດໂອກາດໃຫ້ບັນດານັກປະດິດຄິດແຕ່ງ ແລະ ຜູ້ປະກອບການໄດ້ມີເວທີພົບປະແລກປ່ຽນຊື້-ຂາຍ ຫຼື ສະເໜີຜົນງານຂອງທີ່ເປັນມູນເຊື້ອຂອງຕົນ ທັງເປັນການໂຄສະນາເຜີຍແຜ່ສ້າງຈິດສຳນຶກ, ຄວາມສຳຄັນທາງດ້ານຊັບສິນທາງປັນຍາ ເພື່ອເຫັນໄດ້ຜູ້ປະກອບການ ຫັນມາຈົດທະບຽນລິຂະສິດຂອງຕົນຫຼາຍຂຶ້ນ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຂອບໃຈແຫຼ່ງຂ່າວຈາກ: ຂ່າວເສດຖະກິດ-ການຄ້າ Lao Economic Daily ,ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment