ປະທານປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຈາກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ



ໃນ​ວັນ​ທີ 26 ​ເມສາ 2017 ນີ້, ທ່ານ ບຸນ​ຍັງ ວໍລະ​ຈິດ ​ປະ​ທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ​ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງທ່ານ ຫງວຽນ ຊວັນຟຸກ, ນາຍົກ ລັດຖະມົນຕີ ​ແຫ່ງ ສສ.ຫວຽດນາມ ພ້ອມ​ຄະນະ ​ໃນ​ໂອກາດ​ເດີນທາງມາ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ ລະຫວ່າງ ​ວັນ​ທີ 26-27 ​ເມສາ​ນີ້.

ໃນ​ໂອກາດ​ດັ່ງກ່າວ, ທ່ານ ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​​ຊົມເຊີຍ, ຍິນ​ດີຕ້ອນຮັບ ​ແລະ ຕີ​ລາຄາ​ສູງຕໍ່​ທ່ານ ຫງວຽນ ຊວັນຟຸກ ພ້ອ​ມຄະນະ, ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢ້ຽມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ຄັ້ງ​ນີ້, ​ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການ​ເສີມ​ຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້​ແຕກ​ດອກ​ອອກ​ຜົນ​ງອກ​ງາມຍິ່ງໆຂຶ້ນ.

ໃນ​ໂອກາດ​ດຽວ​ກັນ​, ທ່ານ ຫງວຽນ ຊວັນຟຸກ ກໍໄດ້ສະແດງຄວາມຂອບອົກ​ຂອບໃຈ ຕໍ່ທ່ານ ບຸນ​ຍັງ ວໍລະ​ຈິດ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານ ປະ​ທານ​ປະ​ເທດ​ຊາບຕື່ມອີກ.

ໃນ​​ວັນ​ດຽວ​ກັນ, ທ່ານ ຫງວຽນ ຊວັນຟຸກ ນາຍົກ​ລັດຖະມົນຕີ ​ແຫ່ງ ສສ.ຫວຽດນາມ ​ຍັງ​ໄດ້ພົບ​ປະຢ້ຽມຢາມທ່ານ ນາງ ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ, ທີ່ ສະພາ​ແຫ່ງ​ຊາດ ​ແລະ ພົບ​ປະ​ຢ້ຽມ ຢາມທ່ານ ພັນ​ຄຳ ວິພາ​ວັນ, ຮອງ​ປະທານ​ປະ​ເທດ, ທີ່ ຫ້ອງ​ວ່າການ​ສູນ​ກາງ​ພັກ ນະຄອນຫລວງ​ວຽງ​ຈັນ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments