ທ່ານ
ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 07/ນຍ ລົງວັນທີ 5 ເມສາ
2017 ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ
ເພື່ອເພີ່ມທະວີການກວດກາ ການຈັດຕັ້ງປະຕິບັດກົດໝາຍ, ລະບຽບການໃຫ້ມີຄວາມສັກສິດ
ແນ່ໃສ່ໃນການຄຸ້ມຄອງຊັບສິນປະເພດເງິນ, ຄຳ, ວັດຖຸມີຄ່າອື່ນໆ ລວມທັງພາຫະນະ ແລະ
ອຸປະກອນຕ່າງໆທີ່ສານຕັດສິນຮິບເປັນຂອງລັດໃຫ້ມາຂຶ້ນທະບຽນ,
ຂຶ້ນບັນຊີຄຸ້ມຄອງລວມສູນ, ແບ່ງປັນນຳໃຊ້ ແລະ ຂາຍຊັບສິນດັ່ງກ່າວ
ເພື່ອເອົາເງິນເຂົ້າງົບປະມານຂອງລັດ.
1. ໃຫ້ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານສົ່ງບັນຊີ ແລະ ຂໍ້ມູນທັງໝົດກ່ຽວກັບຊັບສິນທີ່ຖືກ ຮິບເປັນຂອງລັດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຂະແໜງການເງິນ ເພື່ອຂຶ້ນບັນຊີ ແລະ ຈົດທະບຽນເປັນຊັບສິນຂອງລັດໂດຍປະກອບແບບຟອມຕາມຂະແໜງການເງິນ.
2. ການແບ່ງປັນການນຳໃຊ້ ແລະ ການຂາຍອອກຊັບສິນທີ່ຮິບມາເປັນຂອງລັດ ແມ່ນໃຫ້ປະຕິບັດດັ່ງນີ້:
ມອບໃຫ້ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານລາຍງານ ແລະ ສະໜອງຂໍ້ມູນໃຫ້ຂະແໜງການເງິນພາຍໃນ 7 ວັນ ນັບແຕ່ມື້ບັນທຶກການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
ຊັບສິນທຸກປະເພດລວມທັງເງິນທີ່ພົວພັນກັບຢາເສບຕິດ
ເມື່ອຂຶ້ນທະບຽນ ແລະ ຂຶ້ນບັນຊີຊັບສິນຂອງລັດຖືກຕ້ອງແລ້ວ
ໃຫ້ຂະແໜງການເງິນນຳສະເໜີລາຍງານຂັ້ນເທິງພິຈາລະນາແບ່ງປັນການຄຸ້ມຄອງ, ນຳໃຊ້ ແລະ
ຂາຍອອກ. ເງິນທີ່ໄດ້ຈາກການປະມູນຂາຍຊັບສິນດັ່ງກ່າວ
ແມ່ນໃຫ້ມອບເຂົ້າກອງທຶນຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ 70% ສ່ວນ 30%
ແມ່ນມອບເຂົ້າງົບປະມານຂອງລັດ ຕາມ (ມາດຕາ 50) ຂອງກົດໝາຍວ່າດ້ວຍຢາເສບຕິດ ແລະ
(ມາດຕາ 6) ຂອງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.
ການຈັດຕັ້ງປະຕິບັດກອງທຶນ ແມ່ນໃຫ້ປະຕິບັດຕາມ (ມາດຕາ 17)
ຂອງດຳລັດວ່າດ້ວຍກອງທຶນ ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ຢ່າງເຂັ້ມງວດ
ເພື່ອຫຼີກລ້ຽງການຈ່າຍນອກແຜນ ແລະ ຈ່າຍເກີນແຜນງົບປະມານ
ໂດຍໃຫ້ມີການປະສານສົມທົບກັບຂະແໜງການເງິນ
ໃນການຂຶ້ນແຜນລາຍຮັບ-ລາຍຈ່າຍຂອງກອງທຶນ ແລະ ໃຫ້ສາມາດຈົດຮັບ-ຈົດຈ່າຍ
ຜ່ານລະບົບງົບປະມານປະຈຳປີ ຢ່າງຖືກຕ້ອງຕາມລະບຽບກົດໝາຍ.
ໃຫ້ບັນດາອົງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຕ້ອງເປັນເຈົ້າການ ແລະ
ໃຫ້ການຮ່ວມມືໃນການສະໜອງຂໍ້ມູນ ເນື້ອໃນສຳນວນຄະດີ, ຄຳຕັດສິນ ຫຼື
ຄຳພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ຂະແໜງການເງິນຢ່າງຄົບຖ້ວນ ແລະ
ທັນເວລາ;
3. ໃຫ້ຂະແໜງການເງິນແຕ່ລະຂັ້ນ
ຂຶ້ນບັນຊີ ແລະ ຈົດທະບຽນຊັບສິນທຸກປະເພດຊັບສິນ
ທີ່ຖືກຮິບເປັນຂອງລັດເປັນຕົ້ນອະສັງຫາລິມະຊັບ, ສັງຫາລິມະຊັບ, ເງິນ, ທຶນ,
ອຸປະກອບ ແລະ ວັດຖຸມີຄ່າ
ທີ່ບໍ່ພົວພັນກັບຄະດີຢາເສບຕິດ ພ້ອມທັງລາຍງານໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ
ລັດຖະບານ ເພື່ອພິຈາລະນາແບ່ງປັນການນຳໃຊ້ ຫຼື ຂາຍຊັບສິນຂອງລັດຕາມຄວາມເໝາະສົມ
ເພື່ອມອບເງິນເຂົ້າງົບປະມານຢ່າງລວມສູນ;
ຊັບສິນປະເພດທີ່ດິນ,
ສິ່ງກໍ່ສ້າງ ໃຫ້ຂຶ້ນທະບຽນກ່ອນ ແລ້ວຈຶ່ງນຳສະເໜີລາຍງານຂັ້ນເທິງ
ພິຈາລະນາກ່ຽວກັບການໃຫ້ເຊົ່າ, ໃຫ້ສຳປະທານ ເພື່ອເກັບລາຍຮັບເຂົ້າງົບປະມານ ຫຼື
ນຳໃຊ້ເຂົ້າໃນວຽກລວມຂອງລັດ.
ຊັບສິນໃນປະເພດນີ້ບໍ່ອະນຸຍາດໃຫ້ມອບສິດນຳໃຊ້ໃຫ້ແກ່ບຸກຄົນເດັດຂາດ,
ຖ້າບໍ່ໄດ້ຮັບການເຫັນດີຈາກລັດຖະບານຕາມ (ມາດຕາ 14 ວັກ 3)
ຂອງກົດໝາຍວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ) ເລກທີ 14/ສພຊ, ລົງວັນທີ 05
ກໍລະກົດ 2012;
ປະເພດພາຫະນະ,
ກົນຈັກ, ວັດຖຸອຸປະກອນ ທີ່ສາມາດນຳໃຊ້ໄດ້
ໃຫ້ຄົ້ນຄວ້າພິຈາລະນາແບ່ງໃຫ້ຂະແໜງການທີ່ຂາດເຂີນ ແລະ ມີຄວາມຈຳເປັນກ່ອນ
ແຕ່ໃຫ້ຕັດງົບປະມານຮ່ວງຊື້ໃໝ່ຂອງຂະແໜງການນັ້ນລົງ;
ປະເພດວັດຖຸມີຄ່າ ໃຫ້ຈັດຕັ້ງດຳເນີນການຕີລາຄາມູນຄ່າຊັບສິນດັ່ງກ່າວ ແລ້ວເປີດການປະມູນຂາຍ ເພື່ອມອບເງິນເຂົ້າງົບປະມານທັງໝົດ;
4. ການສົ່ງຂໍ້ມູນ ແລະ ການແບ່ງປັນການນຳໃຊ້ ແລະ ຂາຍອອກຊັບສິນ ທີ່ຮິບມາເປັນຂອງລັດ ແມ່ນໃຫ້ປະຕິບັດດັ່ງນີ້
ພາຍຫຼັງສານປະຊາຊົນໄດ້ຕັດສິນໃນແຕ່ລະຄັ້ງ ແລະ ໃຊ້ໄດ້ຢ່າງເດັດຂາດແລ້ວ
ຕ້ອງສົ່ງເອກະສານບັນຊີ ທີ່ຕົກລົງຮິບເປັນຂອງລັດ ໃຫ້ຂະແໜງການເງິນຢ່າງຄົບຖ້ວນ
ແລະ ທັນເວລາ ເພື່ອສັງລວມລາຍງານ ແລະ ນຳສະເໜີຂັ້ນເທິງພິຈາລະນາ
ໃນການແບ່ງປັນນຳໃຊ້ ຫຼື ປະມູນຂາຍເພື່ອມອບເຂົ້າງົບປະມານ;
ການສົ່ງຂໍ້ມູນບັນຊີຊັບສິນຢູ່ຂັ້ນສູນກາງ ແມ່ນສົ່ງໃຫ້ກະຊວງການເງິນ
(ກົມຄຸ້ມຄອງຊັບສິນຂອງລັດ) ຢູ່ທ້ອງຖິ່ນ ແມ່ນສົ່ງໃຫ້ພະແນກການເງິນປະຈຳແຂວງ,
ນະຄອນຫຼວງ (ຫ້ອງການຄຸ້ມຄອງຊັບສິນຂອງລັດ) ຢູ່ຂັ້ນເມືອງ
ແມ່ນສົ່ງໃຫ້ຫ້ອງການການເງິນປະຈຳເມືອງ (ໜ່ວຍງານຄຸ້ມຄອງຊັບສິນຂອງລັດ)
ເປັນຜູ້ສັງລວມ;
ກໍລະນີຂະແໜງປ້ອງກັນຄວາມສະຫງົບ ໄດ້ທຳການດຳເນີນຄະດີສຳເລັດ ແລະ
ມີບົດບັນທຶກການຮິບຊັບແລ້ວ ຕ້ອງສົ່ງຂໍ້ມູນທັງໝົດ ພ້ອມດ້ວຍບັນຊີຊັບສິນ
ທີ່ຖືກດຳເນີນຄະດີແລ້ວນັ້ນ ໃຫ້ຂະແໜງການເງິນ ເພື່ອສັງລວມ ແລະ
ສະເໜີໄປຍັງອົງການໄອຍະການ ສັ່ງຟ້ອງສານຕັດສິນ;
5. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຫາກໄດ້ຍັກຍອກເອົາຄ່າປັບໃໝ ແລະ
ຊັບສິນທີ່ສານຮິບເປັນຂອງລັດໄປຄຸ້ມຄອງແລະ ນຳໃຊ້
ໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຕາມທີ່ໄດ້ລະບຸໄວ້ຢູ່ໃນຂໍ້ທີ 4
ຂອງຄຳສັ່ງສະບັບນີ້ຈະໄດ້ເກັຄືນ;
ຖ້າຫາກຊັບສິນດັ່ງກ່າວ ຫາກມີການໃຊ້ເຂົ້າໃນການກະທຳຜິດ ຫຼື ໄດ້ຮັບຄວາມເສຍຫາຍ
ຜູ້ກ່ຽວຕ້ອງໄດ້ຮັບຜິດຊອບສ້ອມແປງ, ໃຊ້ແທນຄ່າເສຍຫາຍຄືນໃຫ້ລັດ ຫຼື ປັບໃໝ ແລະ
ລົງໂທດຕາມລະບຽບກົດໝາຍ;
6. ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ທອງລຸນ ສີສຸລິດໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment