ຫຼັງຈາກທີ່ລັດຖະມົນຕີຊ່ວຍວ່າການ ຕ່າງປະເທດເກົາຫຼີເໜືອ ໃຫ້ສຳພາດພິເສດກັບສຳນັກຂ່າວ BBC ວ່າຈະເດີນໜ້າທົດສອບຂີປະນາວຸດຕໍ່ໄປ ແລະ ພ້ອມທົດສອບແບບເປັນລາຍອາທິດ ລາຍເດືອນ ແລະ ລາຍປີ. ລວມທັງກຽມໂຕຕອບໂຕ້ ການໂຈມຕີຈາກອາເມຣິກາ ດ້ວຍການໃຊ້ອາວຸດນິວເຄລຍ ແລະ ລ່າສຸດ ລູ່ ກັງ ໂຄສົກກະຊວງການຕ່າງປະເທດຈີນ ອອກມາຍອມຮັບວ່າ ຈີນຮູ້ສຶກກັງວົນຢ່າງຍິ່ງ ກ່ຽວກັບໂຄງການພັດທະນານິວເຄລຍ ຂອງທາງເກົາຫຼີເໜືອ ທັງນີ້ ຈີນຂໍຄັດຄ້ານການໃຊ້ຄຳເວົ້າ ຫຼື ການກະທຳໃດໆ ທີ່ຍິ່ງຈະເຮັດໃຫ້ ຄວາມຕຶງຄຽດເພີ່ມສູງຂຶ້ນ.
“ຈີນຮັບຮູ້ເຖິງລາຍງານຂ່າວລ່າສຸດ ທີ່ເກີດຂຶ້ນ ແລະ ຂໍສະແດງຄວາມເປັນຫ່ວງ ແລະ ກັງວົນຢ່າງຈິງຈັງ ຕໍ່ທ່າອ່ຽງຂອງການພັດທະນານິວເຄລຍ ແລະ ຂີປະນາວຸດຂອງທາງເກົາຫຼີເໜືອ ” ລູ່ ກັງ ລະບຸ ແລະ ຍອມຮັບວ່າ ສະຖານະການຄວາມຕຶງຄຽດ ເທິງແຫຼມເກົາຫຼີ ເພີ່ມສູງຂຶ້ນ ແລະ ປັດຈຸບັນກໍ່ສູງຂຶ້ນຫຼາຍ ນັບຕັ້ງແຕ່ເກົາຫຼີເໜືອ ອອກມາສະແດງທ່າທີລ່າສຸດນີ້.
ໂຄສົກກະຊວງການຕ່າງປະເທດຈີນກ່າວອີກວ່າ ຈີນຍຶດໝັ້ນໃນຈັນຍາບັນ ແລະ ພັນທະກໍລະນີ ທີ່ຈະເຮັດໃຫ້ແຫຼມສະໝຸດເກົາຫຼີ ເປັນເຂດປອດອາວຸດນິວເຄລຍ ເພື່ອຮັກສາໄວ້ເຊິ່ງສັນຕິພາບ ແລະ ຄວາມໝັ້ນຄົງ ເທິງແຫຼມສະໝຸດເກົາຫຼີ ລວມທັງການຫາຫົນທາງແກ້ໄຂບັນຫາ ທີ່ເກີດຂຶ້ນຜ່ານການເຈລະຈາ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment