ປະເດັນ! ສາວເຊຍເບຍແຕ່ງກາຍ ຄ້າຍຊຸດເຍົາວະຊົນລາວ! ພາກສ່ວນກ່ຽວຂ້ອງກວດສອບແດ່!!



ກາຍເປັນປະເດັນທີ່ສັງຄົມຕັ້ງຄຳຖາມກັບກໍລະນີ ມີການແຕ່ງກາຍ ຂອງສາວເຊຍເບຍ ທີ່ແຕ່ງກາຍຄ້າຍ ຊຸດຂອງເຍົາວະຊົນລາວ. ໃສ່ເສື້ອຂາວ ແລະ ໝັດແພແດງ ທີ່ຢືນເຊຍເບຍ ຕາມຮ້ານຕ່າງໆ. ເຊິ່ງສາວເຊຍເບຍເຫຼົ່ານີ້ ແມ່ນທາງ ເຈົ້າຂອງຜູ່ນຳເຂົ້າເບຍ ເປັນຜູ່ຈັດສັນສົ່ງໄປ ເຊຍເບຍ ຕາມຮ້ານຕ່າງໆ.

 
ໃນສາຍຕາຂອງ ສັງຄົມ ຈິ່ງຕັ້ງປະເດັນ ຖາມວ່າ:
1. ການແຕ່ງກາຍດັ່ງກ່າວ ເໝາະສົມແລ້ວບໍ່? ເປັນຫຍັງຕ້ອງນຸ່ງເສື້ອຂາວ ໝັດແພແດງ ໃຫ້ມັນຄ້າຍຄື ກັບຊຸດຂອງເຍົາວະຊົນລາວ?
2. ພາກສ່ວນອານຸຍາດ ໄດ້ມີການກວດສອບບໍ່?
3. ກົດໝາຍວ່າດ້ວຍການ ເຄື່ອງດື່ມທີ່ມີທາດເຫຼົ້າ ຄືມີມາດຕະການຊັດເຈນ ບໍ່ໃຫ້ມີການໂຄສະນາ ເກີນໄປ, ໂດຍສະເພາະ ການຊັກຊວນ ໃຫ້ດຶ່ມສິ່ງມືນເມົາ ຖືວ່າຜິດກົດໝາຍ. ຫຼືວ່າກົດໝາຍສະບັບນີ້ ຍັງບໍ່ທັນຖືກຈັດຕັ້ງປະຕິບັດ.
4. ເຈົ້າຂອງຮ້ານອາຫານ ຮ້ານຕ່າງໆ ເປັນຫຍັງໃຫ້ການຮ່ວມມື, ທັງໆ ທີ່ຕົນເອງກໍ່ຮູ້ວ່າ ຊຸດດັ່ງກ່າວ ມັນຄ້າຍຄືຊຸດ ເຍົາວະຊົນລາວ. ຄວນຈະມີການຫ້າມ ມາເສີບຢູ່ຮ້ານຂອງຕົນ.

 
ຮຽກຮ້ອງໃຫ້ໜ່ວຍງານຄຸ້ມຄອງ ແລະ ປະຕິບັດ ກົດໝາຍ ໄດ້ກວດສອບບັນຫານີ້ດ້ວຍ, ໂດຍສະເພາະ ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ອະນຸຍາດການດຳເນີນທຸລະກິດ, ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ທີ່ຄຸ້ມຄອງ ເລື່ອງການໂຄສະນາ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ແຫຼ່ງຂ່າວຈາກ: ໂທລະໂຄ່ງ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments