ສຳນັກຂ່າວຕ່າງປະເທດລາຍງານຈາກກຸງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 23 ເມສາວ່າ ບົດບັນນາທິການ ໃນສະບັບອັນອາທິດ ຂອງໜັງສືພິມ “ໂນດອງ” ເຊິ່ງເປັນສື່ກະບອກສຽງຂອງພັກແຮງງານເກົາຫຼີ ຫຼື ພັກລັດຖະບານຕະຫຼອດການຂອງເກົາຫຼີເໜືອ ປະນາມການເຄື່ອນທັບຂອງກອງເຮືອພິຄາດຂອງອາເມຣິກາ “ອາມາດາ” ນຳໂດຍເຮືອບັນທຸກຍົນ “ຢູເອສເອສ ຄາຣ໌ລ ວິນສັນ” ວ່າເປັນ “ສັດທີ່ໜ້າລັງກຽດ” ແລະ ກອງທັບປະຊາຊົນເກົາຫຼີເໜືອ (KPA) ຢູ່ໃນສະຖານະພ້ອມຂັ້ນສູງສຸດ ໃນການຈົມກອງເຮືອອາມາດາ ລົງສູ່ທະເລ “ດ້ວຍການໂຈມຕີພຽງເທື່ອດຽວ”.
ທັງນີ້ ປະທານາທິບໍດີ ໂດນັລດ໌ ທຣັມ ກ່າວວ່າລັດຖະບານອາເມຣິກາ ຈະຂັດຂວາງໂຄງການພັດທະນາ ອາວຸດນິວເຄລຍ ແລະ ຂີປະນາວຸດຂອງເກົາຫຼີເໜືອ ໂດຍທາງອາເມຣິກາກຳລັງພິຈາລະນາ ທຸກທາງເລືອກທີ່ເປັນໄປໄດ້ ໃນການຢຸດຄວາມທະເຍີທະຍານ ດ້ານອາວຸດຂອງລັດຖະບານເກົາຫຼີເໜືອ ເຊິ່ງໜຶ່ງໃນທາງເລືອກນັ້ນກໍ່ຄືສົງຄາມ ທ່າມກາງຄວາມວິຕົກກັງວົນ ກ່ຽວກັບການທົດສອບລະເບີດນິວເຄລຍເທື່ອທີ່ 6 ຂອງທາງເກົາຫຼີເໜືອ ວ່າອາດເກີດຂຶ້ນ "ໃນອີກບໍ່ດົນ" ເນື່ອງຈາກວ່າວັນທີ 25 ເມສານີ້ ກົງກັບວັນຄົບຮອບປີທີ່ 85 ແຫ່ງການສະຖາປະນາພັກ KPA.
ແຕ່ຢ່າງໃດກໍ່ຕາມ ສະຖານະປະຈຸບັນຂອງກອງເຮືອຮົບພິຄາດອາມາດາ ຍັງບໍ່ເປັນທີ່ຊັດເຈນ ຫຼັງຈາກທີ່ໄດ້ຮັບຄຳສັ່ງຈາກທຣັມ ໃຫ້ເດີນທາງອອກຈາກສິງກະໂປ ຕັ້ງແຕ່ຕົ້ນເດືອນນີ້ ແຕ່ຮອງປະທານາທິບໍດີ ໄມຄ໌ ເພນຊ໌ ກ່າວລະຫວ່າງການຢ້ຽມຢາມປະເທດອອສເຕຣເລຍ ເມື່ອວັນເສົາທີ່ຜ່ານມາ ຢືນຢັນວ່າ ເຮືອ ຢູເອສເອສ ຄາຣ໌ລ ວິນສັນ ແລະ ບັນດາເຮືອຕິດຕາມ ຈະເດີນທາງເຖິງແຫຼມສະໝຸດເກົາຫຼີຢ່່າງແນ່ນອນ “ພາຍໃນບໍ່ເທົ່າໃດມື້ຕໍ່ໜ້າ”.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ແຫຼ່ງຂ່າວຈາກ: ໂທລະໂຄ່ງ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment