ສຳນັກຂ່າວກຽວໂດຂອງຍີ່ປຸ່ນ ລາຍງານຂ່າວກໍລະນີ ໂຊ ຈຸນ ຮຍອຄ ໂຄສົກກະຊວງການຕ່າງປະເທດເກົາຫຼີໃຕ້ ກ່າວວ່າ ເກົາຫຼີໃຕ້ ອາເມຣິກາ ແລະ ຍີ່ປຸ່ນ ກຽມສົ່ງຫົວໜ້າ ຜູ້ແທນການປະຊຸມ 6 ຝ່າຍ ທີ່ຈະໄດ້ປະຊຸມກັນ ທີ່ກຸງໂຕກຽວ ອາທິດໜ້າ ຄາດການວ່າ ການຫາລືເທື່ອນີ້ ເປັນການກຳນົດທ່າທີຮ່ວມກັນ ໃນການໂຕ້ຕອບ ເກົາຫຼີເໜືອ.
ຍີ່ປຸ່ນ ເຊິ່ງເປັນປະເທດເຈົ້າພາບ ຈະປະກາດມື້ການປະຊຸມຢ່າງເປັນທາງການ ຫຼັງຈາກຮູ້ລາຍລະອຽດ ແລະ ຄວາມພ້ອມທີ່ແນ່ນອນແລ້ວ.
ສຳລັບຜູ້ທີ່ເຂົ້າຮ່ວມການຫາລືປະກອບໄປດ້ວຍ ຄິມ ຮອງ ຄຍຸນ ຜູ້ແທນພິເສດດ້ານຄວາມສະຫງົບຮຽບຮ້ອຍ ແລະ ຄວາມໝັ້ນຄົງ ເທິງແຫຼມສະໝຸດເກົາຫຼີ ຈາກກະຊວງການຕ່າງປະເທດເກົາຫຼີໃຕ້, ໂຈເຊຟ ຍຸນ ຜູ້ແທນພິເສດອາເມຣິກາ ດ້ານນະໂຍບາຍເກົາຫຼີເໜືອ ແລະ ເຄນຈິ ຄານາຊຸກິ ອະທິການບໍດີຂອງກົມ ອາຊີ ແລະ ໂອຊີເນຍ ຈາກກະຊວງການຕ່າງປະເທດຍີ່ປຸ່ນ.
ສຳລັບການປະຊຸມ 6 ຝ່າຍ ເຊິ່ງເປັນການຫາລືລະຫວ່າງ ເກົາຫຼີໃຕ້ ເກົາຫຼີເໜືອ ອາເມຣິກາ ຍີ່ປຸ່ນ ຈິນ ແລະ ຣັດເຊຍ ຢຸດດຳເນີນການມາຕັ້ງແຕ່ຊ່ວງທ້າຍປີ 2008. ເຊິ່ງເທື່ອລ່າສຸດທີ່ຈະເກີດໃນອາທິດໜ້ານີ້ ເປັນພຽງ 3 ຈາກ 6 ຝ່າຍ ກໍ່ຄື: ເກົາຫຼີໃຕ້ ອາເມຣິກາ ແລະ ຍີ່ປຸ່ນ ແລະ ຢ່າກະພິບຕາໂດຍເດັດຂາດວ່າ ກອງປະຊຸມດັ່ງກ່າວ ຈະມີທາງອອກແນວໃດ ຕໍ່ກັບເກົາຫຼີເໜືອ!!!
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment