ດ່ວນ...ຣັດເຊຍເຄື່ອນທັບແລ້ວ!! "ປູຕິນ" ສັ່ງກອງທັບພ້ອມອາວຸດ ທະຫານ ຕິດຊາຍແດນ "ເກົາຫຼີເໜືອ"



ເມື່ອວັນທີ 21 ເມສາ Yahoo news ລາຍງານວ່າ ປະທານາທິບໍດີ ວລາດິເມຍ ປູຕິນ ຜູ້ນຳຣັດເຊຍ ໄດ້ສັ່ງການໃຫ້ນຳກຳລັງ ເຄື່ອນທັບມາຕິດກັບ ຊາຍແດນປະເທດເກົາຫຼີເໜືອ ເພື່ອຮັບມືກັບການໄຫຼເຂົ້າມາ ຂອງຜູ້ທີ່ຈະອົບພະຍົກໜີຕາຍ ຂ້າມຊາຍແດນມາ ຫາກເກີດສົງຄາມລະຫວ່າງອາເມຣິກາ ກັບເກົາຫຼີເໜືອ ເຖິງແມ່ນວ່າໃນຂະນະນີ້ກອງເຮືອຮົບຂອງກອງທັບອາເມຣິກາ ນຳໂດຍເຮືອຮົບ ຢູເອສເອສ ຄາຣ໌ລ ວິນສັນ ຈະປ່ຽນທິດທາງຈາກເກົາຫຼີເໜືອ ໄປຍັງມະຫາສະໝຸດອິນເດຍ ແຕ່ທາງອາເມຣິກາ ຍັງຢືນຢັນວ່າ ກອງເຮືອຮົບກຳລັງຈະກັບໄປເກົາຫຼີເໜືອແນ່ນອນ.

ຂະນະທີ່ຫຼາກຫຼາຍຝ່າຍ ມີຄວາມກັງວົນກ່ຽວກັບການເຄື່ອນທັບດັ່ງກ່າວ ເຊິ່ງບົ່ງບອກວ່າ ເຫດການບໍ່ຄ່ອຍດີເທົ່າທີຄວນ ເພາະທາງການຈີນຫາກໍ່ສົ່ງທະຫານກວ່າ 150,000 ຄົນ ໄປປະຈຳການໃນພື້ນທີ່ຊາຍແດນ ຕິດກັບເກົາຫຼີເໜືອເຊັ່ນດຽວກັນ.


ຄລິປວີດີໂອຂະບວນລົດໄຟ ເຊິ່ງເຊື່ອວ່າບັນທຸກອາວຸດ ແລະ ກຳລັງທະຫານໄປທີ່ເມືອງ ວລາດິວອສຕ໊ອກ ເຊິ່ງຕິດກັບເກົາຫຼີເໜືອ ເປັນໄລຍະທາງກວ່າ 17 ກມ.

ຈາກຄລິປຍັງສະແດງໃຫ້ເຫັນ ເຮລິຄອປເຕີ້ ຂອງກອງທັບຣັດເຊຍ ບິນໄປທີ່ຊາຍແດນ ເຊັ່ນດຽວກັນກັບລົດຖັງ ແລະ ພາຫະນະທາງການທະຫານອີກຈຳນວນຫຼາຍ.

ດ້ານໂຄສົກກອງທັບຣັດເຊຍ ປະຕິເສດເຖິງເຫດຜົນໃນການສົ່ງກອງທັບ ແລະ ອາວຸດໄປຍັງຊາຍແດນໃນເທື່ອນີ້ ເຊິ່ງທົ່ວໂລກໝັ້ນໃຈວ່າ ການລຳລຽງກຳລັງພົນໄປທີ່ວລາດິວອສຕ໊ອກ ທີ່ຕິດກັບຊາຍແດນເກົາຫຼີເໜືອ ຕ້ອງກ່ຽວກັບສະຖານະການຂອງເກົາຫຼີເໜືອ ກັບອາເມຣິກາໃນປະຈຸບັນ.



ຂະນະທີ່ ຄອນສແຕນຕິນ ແອສໂມລອຟ ຜູ້ຊ່ຽວຊານດ້ານເກົາຫຼີເໜືອ ກ່າວວ່າຖ້າອາເມຣິກາ ຍິງຂີປະນາວຸດ ໂຈມຕີສູນພັດທະນານິວເຄລຍ ຂອງເກົາຫຼີເໜືອ ກໍ່ເທົ່າກັບວ່າໂຈມຕີກອງທັບຣັດເຊຍເຊັ່ນກັນ ເພາະກຸ່ມຄວັນກຳມັນຕະພາບລັງສີຈາກນິວເຄລຍ ຈະແຜ່ມາຮອດວລາດິວອສຕ໊ອກ ພາຍໃນ 2 ຊົ່ວໂມງ.

ຈະເດີນເກມແນວໃດຕໍ່ດີ ອາເມຣິກາ???


ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments