ເວັບໄຊ້ໜັງສືພິມອາເມຣິກາ “ວໍຊິງຕັນ ໂພສຕ໌” ລາຍງານຈາກປະເທດອັຟການິສຖານ ເມື່ອວັນທີ 24 ເມສາວ່າ ພົນເອກ ຈອນ ນິໂຄລສັນ ຜູ້ບັນຊາການກອງທັບອາເມຣິກາ ໃນອັຟການິສຖານ ໃຫ້ສຳພາດກັບສື່ມວນຊົນ ກ່າວຫາ ຣັດເຊຍ ວ່າເປັນໂຕການສົ່ງອາວຸດ ແລະ ໃຫ້ການສະຫນັບສະໜູນກັບກຸ່ມກໍ່ການຮ້າຍ “ຕາລີບັນ” ຢໍ້າວ່າ ລາວໄດ້ຮັບລາຍງານແບບນີ້ຕະຫຼອດມາ.
ນອກຈາກນີ້ ເຈົ້າໜ້າທີ່ລະດັບສູງໃນກອງທັບ ຍັງເປີດເຜີຍວ່າ ຣັດເຊຍເພີ່ມການສະໜັບສະໜູນ ສົ່ງອຸປະກອນ ແລະ ອາວຸດ ເຊັ່ນ: ປືນກົນໜັກ ແລະ ປືນກົນຂະໜາດກາງ ໃຫ້ກັບກຸ່ມຕາລີບັນໃນຊ່ວງ 18 ເດືອນທີ່ຜ່ານມາ ພາຍໃຕ້ຂໍ້ອ້າງທີ່ວ່າ ອາວຸດດັ່ງກ່າວຈະນຳໄປໃຊ້ກັບກຸ່ມກໍ່ການຮ້າຍໄອເອສ ທາງພາກຕາເວັນອອກ ຂອງອັຟການິສຖານ ແຕ່ອາເມຣິກາກ່າວວ່າພົບອາວຸດດັ່ງກ່າວທາງພາກໃຕ້. ເຫດການນອງເລືອດລ່າສຸດ ທີ່ຫາກໍ່ເກີດເມື່ອວັນຈັນທີ່ຜ່ານມາ ຫຼັງກຸ່ມຕາລີບັນ ບຸກໂຈມຕີຖານທັບທາງເໜືອ ຂອງອັຟການິສຖານ ພ້ອມອາວຸດທີ່ປະກອບໄປດ້ວຍປືນ ແລະ ເສື້ອຕິດລະເບີດ ສັງຫານທະຫານຫຼາຍກວ່າ 140 ຄົນ ຈົນເຮັດໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຜູ້ບັນຊາການກອງທັບອັຟການິສຖານ ພ້ອມໃຈກັນລາອອກຈາກຕຳແໜ່ງ.
ການກ່າວຫາດັ່ງກ່າວ ເປັນການກ່າວຫາຈາກປາກຄຳ ຂອງຝ່າຍກອງທັບອາເມຣິກາພຽງຝ່າຍດຽວ ຖ້າມາຟັງຝ່າຍກອງທັບຣັດເຊຍວ່າ ຈະມີການຕອບໂຕ້ຢ່າງໃດກັບການກ່າວຫາດັ່ງກ່າວ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment