ຜູ້ກໍ່ຕັ້ງເຟສບຸກ "ມາກ ຊັກເກີເບີກ" ປະກາດເຮັດທຸກວິທີທາງ "ຢຸດຄລິປໂຫດເທິງເຟສບຸກ"



ສຳນັກຂ່າວຣອຍເຕີ້ ລາຍງານວ່າ ເມື່ອວັນທີ 18 ເມສາທີ່ຜ່ານມາ ມາກ ຊັກເກີເບີກ CEO ແລະ ຜູ້ກໍ່ຕັ້ງເຟສບຸກ ກ່າວໃນການປະຊຸມນັກພັດທະນາຊອຟແວປະຈຳປີ ຂອງທາງເຟສບຸກ ທີ່ເມືອງຊານໂຮເຊ ລັດແຄລິຟໍເນຍ ປະເທດອາເມຣິກາ ໃຫ້ສັນຍາວ່າ ເຟສບຸກ ຈະເຮັດທຸກວິທີທາງ ເພື່ອປ້ອງກັນບໍ່ໃຫ້ເກີດກໍລະນີ ການໂພສຕ໌ຄລິປ ເຫດການໃນລັກສະນະດຽວກັນກັບ ທີ່ມືປືນຄົນໜຶ່ງກໍ່ເຫດ ຍິງເຫຍື່ອຜູ້ເຄາະຮ້າຍຈົນເສຍຊີວິດ ຜ່ານການຖ່າຍທອດສົດທາງ Facebook live ທີ່ເມືອງຄລິຟແລນ ລັດໂອໄຮໂອ ປະເທດອາເມຣິກາ ເມື່ອວັນທີ 16 ເມສາທີ່ຜ່ານມາ ຂຶ້ນອີກ.

ໃນເຫດການດັ່ງກ່າວ ສຕີຟ ສຕີເຟນສ໌ ມືປືນໄວ 37 ປີ ກໍ່ເຫດຍິງ ໂຣເບີດ ກ໊ອດວິນ ຊີເນຍ ໄວ 74 ປີເສຍຊີວິດ ຜ່ານການຖ່າຍທອດສົດທາງ Facebook live ເຊິ່ງຜູ້ກໍ່ເຫດເລືອກເຫຍື່ອແບບສຸ່ມ ໂດຍຫຼັງກໍ່ເຫດດັ່ງກ່າວ ຄລິປວີດີໂອດັ່ງກ່າວ ກໍ່ຍັງປາກົດຢູ່ເທິງໜ້າເຟສບຸກ ເປັນເວລານານກວ່າ 2 ຊົ່ວໂມງ ເປັນການຈຸດໄຟໃຫ້ເກີດ ຂໍ້ໂຕ້ແຍ້ງກັນໃນເລື່ອງຄວາມກັງວົນ ຕໍກັບການແຜ່ກະຈາຍຂອງຄລິປວີດີໂອ ທີ່ສະແດງໃຫ້ເຫັນເຖິງຄວາມຮຸນແຮງ ຫຼາຍຂຶ້ນໃນໂລກຂອງສັງຄົມອອນໄລນ໌.

ທັງນີ້ ມາກ ຊັກເກີເບີກ ຍັງໄດ້ສະແດງວາມເສຍໃຈ ຕໍ່ໝູ່ຄູ່ ແລະ ຄອບຄົວຂອງ ກ໊ອດວິນ ຊີເນຍ ໃນນາມຂອງພະນັກງານທັງໝົດຂອງເຟສບຸກນຳ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments