ເວັບໄຊ້ສຳນັກຂ່າວຊື່ດັງ "CNN" ລາຍງານຈາກກຸງປັກກິ່ງ ປະເທດຈີນ ເມື່ອວັນທີ 20 ເມສາວ່າ ເຈົ້າໜ້າທີ່ກະຊວງປ້ອງກັນປະເທດອາເມຣິກາ ຢືນຢັນວ່າຈີນ ກຽມຄວາມພ້ອມຂັ້ນສູງສຸດ ສັ່ງຍົນຮົບ ແລະ ຂີປະນາວຸດປະຈຳການ ຮັບມືຖ້າເກີດເຫດການ ກອງທັບອາເມຣິກາປະທະເກົາຫຼີເໜືອ ເທິງແຫຼມສະໝຸດເກົາຫຼີ. ທັງນີ້ ແຫລ່ງຂ່າວຂອງອາເມຣິກາກ່າວວ່າ ເຫດທີ່ຈີນຕ້ອງກຽມຄວາມພ້ອມຂະໜາດນີ້ ເພື່ອຫຼຸດໄລຍະເວລາ ທີ່ຕ້ອງໄດ້ໃຊ້ຫາກວ່າເກີດເຫດການທີ່ຕ້ອງປະທະກັນແທ້ ໂດຍການປະທະກັນນັ້ນ ອາດເນື່ອງມາຈາກການທີ່ເກົາຫຼີເໜືອ ຍັງຄົງທ້າທາຍຊາດມະຫາອຳນາດໂລກ ແລະ ອາເມຣິກາ ໃນການທົດສອບຍິງຂີປະນາວຸດ. ແລະ ເມື່ອວັນພະຫັດທີຜ່ານມາ ສື່ຂອງລັດຖະບານເກົາຫຼີເໜືອ ໄດ້ອອກມາບອກວ່າ ຫາກເກົາຫຼີເໜືອເປີດສາກໂຈມຕີກ່ອນ ຈະເປັນເຮັດໃຫ້ປະເທດອາເມຣິກາ ແລະ ພັນທະມິດ ການເປັນຂີ້ເຖົ່າໃນທັນທີ.
ລັດຖະບານຈີນມີຄວາມກັງວົນ ໃນທ່າທີທີ່ເອົາແນ່ເອົານອນກັບເກົາຫຼີເໜືອບໍ່ໄດ້ ແລະ ຫາກເກີດການປະທະກັນເທິງແຫຼມສະໝຸດເກົາຫຼີເເທ້ ຈີນຈະພົບກັບຄື້ນຜູ້ລີ້ໄພຂະໜາດໃຫຍ່ ແລະ ຈີນຍັງຢືນຢັນສະເໝີມາວ່າ ບໍ່ເຄີຍເຫັນດີກັບການເຂົ້າມາຂອງກອງທັບອາເມຣິກາ ໃນເກົາຫຼີໃຕ້ ແລະ ການຕັດສິນໃຈຕິດຕັ້ງລະບົບປ້ອງກັນຂີປະນາວຸດ “THAAD” ຂອງລັດຖະບານເກົາຫຼີໃຕ້. ດ້ານປະທານາທິບໍດີ ທຣັມ ກໍ່ຊຸກດັນໃຫ້ຈີນມີບົດບາດ ກົດດັນເກົາຫຼີເໜືອ ໃຫ້ຍົກເລີກການທົດສອບຂີປະນາວຸດຫຼາຍຂຶ້ນ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຫຼາຍຄົນກ່າວວ່າ ຈີນບໍ່ເຄີຍໃຊ້ອຳນາດຢ່າງຈິງຈັງ ໃນການກົດດັນເກົາຫຼີເໜືອ ເຖິງແມ່ນວ່າເສດຖະກິດເກົາຫຼີເໜືອຂະນະນີ້ ເພິ່ງພາຈີນຫຼາຍກວ່າ 85 ເປີເຊັນ ກໍ່ຕາມ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment