ອິນກັບ Fast 8? ເດັກນ້ອຍໄວ 12 ປີ ລັກເອົາລົດມາຂັບໄປໄດ້ 1,300 ກມ ສຸດທ້າຍຖືກຕຳຫຼວດຈັບ!



ສຳນັກຂ່າວຕ່າງປະເທດລາຍງານວ່າ ເດັກນ້ອຍຊາຍໄວ 12 ປີ ພະຍາຍາມທີ່ຈະລອງຂັບລົດ ຂ້າມລັດໃນປະເທດອອສເຕຣເລຍ ແຕ່ຕຳຫຼວດໄດ້ຄຸມໂຕຂອງເດັກຄົນນີ້ໄວ້ ໃນລະຫວ່າງທີ່ລາວຂັບໄດ້ ໄປໄກເຖິງ 1,300 ກິໂລແມັດແລ້ວ ໂດຍເດັກຄົນນີ້ ໄດ້ຂັບລົດອອກຈາກເມືອງ Kendall ຕັ້ງແຕ່ວັນສຸກທີ່ຜ່ານມາ.

ເດັກຖືກນຳໂຕມາທີ່ສະຖານີຕຳຫຼວດ Broken Hill ໃນລັດນິວເຊາທສ໌ເວລລ໌ ເມື່ອວັນເສົາທີ່ຜ່ານມາ ຫຼັງຈາກທີ່ຕຳຫຼວດສັງເກດເຫັນກັນຊົນຂອງລົດຄັນດັ່ງກ່າວ ຫຼຸດຢູ່ຫົນທາງ.

ເຈົ້າໜ້າທີ່ຕຳຫຼວດກ່າວວ່າ ເດັກຄົນດັ່ງກ່າວພະຍາຍາມຂັບລົດ ໃຫ້ໄປໄກເຖິງ 4,000 ກມ ເພື່ອເດີນທາງຈາກເມືອງ Kendall ໃນລັດນິວເຊາທສ໌ເວລລ໌ ໄປທີ່ເມືອງເພິຣ໌ທ ໃນລັດເວສເທິນອອສເຕຣເລຍ. ແຕ່ຢ່າງໃດກໍ່ຕາມຜູ້ປົກຄອງຂອງເດັກ ໄດ້ຕາມຫາລູກຊາຍຂອງພວກເຂົາ ເມື່ອຮູ້ວ່າລູກຫາຍໄປຈາກເຮືອນ ແລະ ລະບຸວ່າລູກຂອງພວກເຂົາ ໄດ້ລັກເອົາລົດທີ່ຢູ່ເຮືອນໄປຂັບ. ແລະ ທາງເຈົ້າໜ້າທີ່ຕຳຫຼວດກ່າວວ່າ ເດັກຊາຍຄົນນີ້ອາດຖືກຕັ້ງຂໍ້ຫາ ການກະທຳຜິດຄະດີເຍົາວະຊົນນຳອີກ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments