ໃຫ້ໂລກເບິ່ງເປັນເທື່ອທຳອິດ! Google ໃຫ້ທຶນສ້າງ "ລົດບິນໄດ້" ກັບຄວາມໄວ 40 ກມ./ຊມ



ຫາກຍັງຈື່ກັນໄດ້ ປີກ່ອນມີຂ່າວວ່າ ແລຣີ່ ເພຈ ໜຶ່ງໃນຜູ້ກໍ່ຕັ້ງກູເກິ້ລ ເຊິ່ງຮັບໜ້າທີ່ເປັນຊີອີໂອ ຂອງບໍລິສັດອັລຟາເບທ ບໍລິສັດແມ່ຂອງກູເກິລ ໃຫ້ການສະໜັບສະໜູນເງິນກັບບໍລິສັດ ສຕາຣ໌ທອັພ ຜູ້ພັດທະນາ “ລົດບິນໄດ້” ຫຼື Flying Car ຈຳນວນສອງບໍລິສັດຄື: Zee.Aero ແລະ Kitty Hawk.

ລ່າສຸດ Kitty Hawk ສຕາຣ໌ທອັພ ທີ່ນຳທີມໂດຍ Sebastian Thrun ຜູ້ກໍ່ຕັ້ງ Google X ທີ່ຢູ່ເບື້ອງຫຼັງໂປຣເຈັກ ລົດອັດສະລິຍະ ໄຮ້ຄົນຂັບຂອງກູເກິ້ລ ປ່ອຍພາຫະນະເຫີນອາກາດ ໃຫ້ໂລກເຫັນແລ້ວ ໂດຍມີຄລິປການທົດສອບ ອອກມາໃຫ້ເບິ່ງ ໂດຍພາຫະນະບິນໄດ້ລຳນີ້ ເຄື່ອນທີ່ດ້ວຍລະບົບພະລັງງານໄຟຟ້າ ໃຊ້ໃບພັດ 8 ໃບ ແລະ ບິນເໜືອພື້ນດິນ ແລະ ພື້ນນໍ້າປະມານ 15 ຟຸຕ (ປະມານ 4.6 ແມັດ) ແລະ ເຮັດຄວາມໄວໄດ້ເຖິງ 40 ກມ/ຊມ.

ໂດຍມີລາຍງານຂ່າວວ່າ ທາງຜູ້ຜະລິດຕັ້ງໃຈຈະນຳມາຂາຍ ພາຍໃນທ້າຍປີນີ້.

ມາເບິ່ງຄລິປການທົດສອບການບິນຂອງລົດລຳນີ້.



 
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments