ຍົນຮົບຈາກເຮືອ "USS ຄຣ໌າລ ວິນສັນ" ຂອງອາເມຣິກາທີ່ເດີນທາງໄປ "ເກົາຫຼີເໜືອ" ຕົກທີ່ຟີລິບປິນ !!!

 
ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງມະນິລາ ປະເທດຟີລິບປິນ ເມື່ອວັນທີ 22 ເມສາວ່າ ກອງເຮືອທີ່ 7 ຂອງອາເມຣິກາ ລາຍງານເມື່ອວັນສຸກວ່າ ເກີດເຫດຍົນຂັບໄລ່ F/A-18E Super Hornet ປະສົບເຫດຂັດຂ່ອງບາງຢ່າງ ຂະນະທີ່ກຳລັງພະຍາຍາມລົງຈອດ ເທິງລານບິນເທິງເຮືອຮົບ ຢູເອສເອສ ຄາຣ໌ລ ວິນສັນ ທີ່ກຳລັງລອຍຢູ່ບໍລິເວນ ທະເລເຊເລເບສ ທາງຕາເວັນຕົກສ່ຽງໃຕ້ຂອງຟີລິບປິນ ສົ່ງຜົນໃຫ້ນັກບິນ ຕ້ອງສະຫຼະຍົນດ້ວຍການດີດໂຕອອກມາ ກ່ອນທີ່ຈະໄດ້ຮັບການຊ່ວຍເຫຼືອ ຈາກເຮລິຄອປເຕີ້ກູ້ໄພ.

ທັງນີ້ ລາຍງານຂອງກອງເຮືອທີ່ 7 ບໍ່ໄດ້ລະບຸຢ່າງຊັດເຈນວ່າ ສາເຫດຂອງຍົນຕົກມາຈາກສາເຫດຫຍັງ ເກີດຈາກການໂຈມຕີຫຼືບໍ່ ແຕ່ເປີດເຜີຍວ່າ ເຫດການເກີດຂຶ້ນລະຫວ່າງ "ການລາດຕະເວນກວດກາຕາມປົກກະຕິ" ຂອງເຮືອຮົບ ຢູເອສເອສ ຄາຣ໌ລ ວິນສັນ ເຊິ່ງຖືໄດ້ວ່າເປັນເຮືອແມ່ທັບ ຂອງກອງເຮືອຮົບພິຄາດ "ອາມາດາ" ທີ່ປະທານາທິບໍດີ ໂດນັລດ໌ ທຣັມ ອອກຄຳສັ່ງໃຫ້ເດີນທາງຈາກສິງກະໂປ ເຂົ້າສູ່ແຫຼມສະໝຸດເກົາຫຼີ ຕັ້ງແຕ່ຊ່ວງຕົ້ນເດືອນນີ້ ແຕ່ຢ່າງໃດກໍ່ຕາມກອງເຮືອຮົບດັ່ງກ່າວ ຍັງລອຍຢູ່ໃນມະຫາສະໝຸດອິນເດຍ ໃກ້ກັບແຄມຝັ່ງຂອງອອສເຕຣເລຍ ເມື່ອຊ່ວງທ້າຍອາທິດທີ່ຜ່ານມາ ຂະນະທີ່ພົນເອກ ເຈມສ໌ ແມຕທິສ ລັດຖະມົນຕີກະຊວງ ປ້ອງກັນປະເທດອາເມຣິກາ ຢືນຢັນວ່າເຮືອ ຢູເອສເອສ ຄາຣ໌ລ ວິນສັນ ແລະ ບັນດາເຮືອຮົບຕິດຕາມ ຈະເດີນທາງໄປສູ່ນ່ານນໍ້າ ຂອງແຫຼມສະໝຸດເກົາຫຼີ ພາຍໃນທ້າຍເດືອນນີ້ແນ່ນອນ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments