"ເຮືອຮົບດຳນໍ້າ Yuan Class S26T" ເຮືອຮົບໃໝ່ ຂອງກອງທັບເຮືອໄທ ຄ່າໂຕ 13,000 ລ້ານບາດ ຫຼື 110,212,845,372,000 ກີບ "ພ້ອມຮົບກັບເພື່ອນບ້ານ"
ມາຜ່າເບິ່ງຄວາມສາມາດ Yuan Class S26T ກຳລັງເສີມໃໝ່ ຂອງກອງທັບເຮືອນ່ານນໍ້າໄທ ເທັກໂນໂລຢີສຸດລໍ້າ ຕິດຕັ້ງລະບົບ AIP ດຳນໍ້າໄດ້ນານ 21 ມື້ ມີລະເບີດຍິງຕໍປີໂດ 6 ທໍ່ຍິງ ກຽມພ້ອມສຳລັບສູ້ຮົບ.
ແລະແລ້ວ ຄະນະລັດຖະມົນຕີຂອງປະເທດໄທ ໄດ້ມີມະຕິອະນຸມັດ ໃຫ້ກອງທັບເຮືອຈັດຊື້ ເຮືອດຳນໍ້າ Yuan Class S26T ຈາກປະເທດຈີນຈຳນວນ 1 ລຳ ໃນວົງເງິນ 13,500 ລ້ານບາດ ຫຼື ປະມານ 110,212,845,372,000 ກີບ ໂດຍການຊື້ມີຂຶ້ຢ່າງມິດໆ ເມື່ອວັນທີ 18 ເມສາທີ່ຜ່ານມາ ສົ່ງຜົນໃຫ້ມີກະແສວິພາກວິຈານຕ່າງໆນານາ ວ່າມີການອະນຸມັດຢ່າງມິດເກີນໄປ ແຕ່ທາງລັດຖະບານກໍ່ໄດ້ອອກມາບອກວ່າ ບໍ່ມີການສໍ້ໂກງໃນການຊື້ແນ່ນອນ.
ໃນສ່ວນຂອງເຮືອດຳນໍ້າ Yuan Class S26T ທີ່ຈະມາເສີມທັບໃຫ້ກອງທັບເຮືອໄທນັ້ນ ທາງລັດຖະບານໄທອອກມາບອກວ່າ ເປັນເຮືອດຳນໍ້າລາດຕະເວນສະໝຸດຂະໜາດໃຫຍ່ ແລະ ເປັນລຸ່ນພິເສດທີ່ທາງຈີນສ້າງຂຶ້ນ ສຳລັບປະເທດໄທເທົ່ານັ້ນ ເຊິ່ງພັດທະນາມາຈາກ Yuan Class S26 ທຳມະດາ ໂດຍມີຄວາມຍາວ 77.7 ແມັດ ກວ້າງ 8.6 ແມັດ ມີໄລຍະວາງນໍ້າຢູ່ທີ່ 2,600 ໂຕນ ແລະ ໃຊ້ເຄື່ອງຍົນດີເຊລໄຟຟ້າ.
ສຳລັບຂໍ້ດີຂອງເຮືອດຳນໍ້າລຸ່ນນີ້ ມີການຕິດຕັ້ງລະບົບ AIP ຫຼື Air-Independent Propulsion system ເປັນ ເຄື່ອງຍົນທີ່ບໍ່ຕ້ອງເພິ່ງພາອາກາດຈາກຜິວນໍ້າ ເຮັດໃຫ້ຢູ່ໃຕ້ນໍ້າຕໍ່ເນື່ອງໄດ້ນານເຖິງ 21 ມື້ ໂດຍບໍ່ຕ້ອງຂຶ້ນສູ່ໜ້ານໍ້າເພື່ອສາກໄຟ, ໂອກາດໃນການຖືກຈັບຈຶ່ງຍາກ ຂະນະທີ່ເຮືອດຳນໍ້າປົກກະຕິ ຈະຢູ່ໄດ້ນານພຽງ 7-10 ມື້ເທົ່ານັ້ນ ແລະ ເປັນເຄື່ອງຍົນສເຕີລິງ. ເຮືອດຳນໍ້າລຳນີ້ ມີຕໍປີໂດ 6 ທໍ່ຍິງ ຍິງໄກກວ່າ 250 ກິໂລແມັດ ກຳລັງພົນ 65 ຄົນ ຖືວ່າມີຄວາມທັນສະໄໝທີ່ສຸດ ຮອງຈາກເຮືອດຳນໍ້ານິວເຄລຍ.
ເຮືອດຳນໍ້າລຸ່ນນີ້ທາງລັດຖະບານກ່າວວ່າ ມີຄວາມເໝາະສົມທຸກດ້ານ ທັງໃນແງ່ຂອງທາງຍຸດທະສາດ ກໍ່ຄືເປັນເຮືອດຳນໍ້າ ເພື່ອຄຸ້ມຄອງເສັ້ນທາງການຄົມມະນາຄົມ ແລະ ຖ່ວງດຶງອຳນາດ ການຮົບກັບປະເທດເພື່ອນບ້ານ ທີ່ມີເຮືອດຳນໍ້າເກືອບທຸກປະເທດ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment