ຕອນເຊົ້າມືດ ເວລາປະມານເກືອບ 4 ໂມງເຊົ້າ ຂອງມື້ນີ້ ວັນທີ 6 ພຶດສະພາ 2017 ໄດ້ເກີດເຫດໄຟໄໝ້ຕະຫຼາດວິທະຍາເຂດດົງໂດກ ຢ່າງຮ້າຍແຮງ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຮ່ວມກັບໜ່ວຍກູ້ໄພ ໄດ້ລະດົມກັນສີດນໍ້າມອດໄຟດົນພໍສົມຄວນ ກ່ອນຈະສາມາດມອດໄຟໄດ້ ສ່ວນຜົນເສຍຫາຍ ແລະ ສາເຫດຂອງໄຟໄໝ້ ພວມຢູ່ໃນການສັງລວມຂອງເຈົ້າໜ້າທີ່.
ເຫດການຄັ້ງນີ້ໄດ້ເຮັດໃຫ້ຮ້ານຄ້າຂາຍຈຳນວນຫຼາຍຮ້ານ ຖືກໄຟໄໝ້ຢ່າງໜັກຈົນບໍ່ມີຫຍັງເຫຼືອ ແລະ ກໍເປັນໄຟໄໝ້ໃຫຍ່ຄັ້ງທີ 2 ແລ້ວ ເຊິ່ງຄັ້ງກ່ອນກໍໄດ້ສ້າງຄວາມເສຍຫາຍ ຢ່າງໜັກເຊັ່ນດຽວກັນ ແລ້ວຖືກຟື້ນຟູຂຶ້ນມາໃຫມ່ ດ້ວຍການພັດທະນາໃຫ້ມີພື້ນທີ່ຂາຍເຄື່ອງ ທີ່ກວ້າງຂວາງສວຍງາມ ແລະ ມີໂຄງຫຼັງຄາຢ່າງດີ ກ່ອນນຈະຖືກໄຟໄໝ້ອີກໃນມື້ເຊົ້ານີ້.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment