ໃນລະຫວ່າງ ຢ້ຽມຢາມສິງກະໂປ ຢ່າງເປັນທາງການ ທ່ານ ທອງລຸນ ສີສຸລິດ ໄດ້ເຂົ້າຢ້ຽມຄຳນັບທ່ານ ໂທນີ ຕັນເກັງຍາມ ປະທານາທິບໍດີ ແຫ່ງ ສິງກະໂປ, ຈາກນັ້ນ ກໍມີການພົບປະສອງຝ່າຍ ກັບທ່ານ ລີ ຊຽນ ລຸງ. ນອກນີ້ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງຈະໄດ້ເຂົ້າຮ່ວມ ກອງປະຊຸມນັກທຸລະກິດລາວ-ສິງກະໂປ, ຢ້ຽມຢາມວິທະຍາໄລເຕັກນິກ ນັນຢາງ, ຢ້ຽມຊົມໂຮງຮຽນການແພດ, ໂຮງຮຽນຂໍ້ມູນຂ່າວສານ ແລະ ໂຮງຮຽນ ວິສະວະກຳສາດ ແລະ ບໍລິສັດ ຂົນສົ່ງທ່າເຮືອ ສິງກະໂປ.
ສ່ວນໃນຕອນຄ່ຳ ຂອງວັນດຽວກັນ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສິງກະໂປ ຈະໄດ້ຈັດງານລ້ຽງຮັບຮອງ ເປັນກຽດແກ່ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ເດີນທາງກັບຄືນປະເທດ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment