ລາຄາສິນຄ້າສະບຽງອາຫານຢູ່ລາວ ສູງກວ່າປະເທດໃກ້ຄຽງເຖິງ 10-20% !!!



ລາວນັບວ່າເປັນ 1 ໃນ 3 ປະເທດທີ່ຍັງທຸກຍາກຂອງອາຊຽນ ແລະ ສິນຄ້າສ່ວນໃຫຍ່ກໍ່ລ້ວນເປັນສິນຄ້ານຳເຂົ້າ ຈຳນວນຫຼາຍ ບວກກັບການຜະລິດພາຍໃນ ຂອງບັນດາຫົວໜ່ວຍທຸລະກິດ ຍັງເປັນຂະໜາດນ້ອຍ ແລະ ກາງ ກວມເຖິງ 99,8%.

ໃນເວລາດຽວກັນປະຊາຊົນຈຳນວນຫຼາຍ ແມ່ນເຮັດການຜະລິດກະສິກຳ ເພື່ອບໍລິໂພກເອງ, ສ່ວນທີ່ນຳອອກ ຈໍລະຈອນສູ່ທ້ອງຕະຫຼາດຍັງມີໜ້ອຍ ສະນັ້ນຈຶ່ງເຮັດໃຫ້ລາຄາສິນຄ້າ ປະເພດສະບຽງອາຫານ ເປັນຕົ້ນແມ່ນ ປະເພດເຂົ້າ, ຊີ້ນ, ປາ, ໄກ່ ແລະ ໄຂ່ ສູງກວ່າປະເທດໃກ້ຄຽງຄືໄທ ແລະ ຫວຽດນາມເຖິງ 10-20%.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ສະພາບລາຄາສິນຄ້າພາຍຫຼັງກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດຊຸດທີ VIII ໄດ້ມີການດັດ ປັບເພີ່ມດັດສະນີຂອງເງິນເດືອນ ໃນເດືອນມັງກອນ 2017 ຈົນເຖິງ ປະຈຸບັນເຫັນໄດ້ວ່າລາຄາສິນຄ້າ ບໍ່ມີການເໜັງຕີງແບບຜິດປົກກະຕິ, ມີແຕ່ສິນຄ້າປະເພດພືດຜັກ, ໝາກໄມ້, ປາທຳມະຊາດເໜັງຕີງໄປ ຕາມລະດູການເປັນຕົ້ນຊີ້ນໝູປະ ເພດໜຶ່ງໄດ້ປັບລາຄາຂາຍຍ່ອຍ ຈາກ 38 ພັນກີບມາເປັນ 35 ພັນກີບຕໍ່ກິໂລ ແລະ ລາຄາຕ່ຳສຸດຈາກ 36 ພັນມາເປັນ 33 ພັນກີບຕໍ່ກິໂລ, ເຂົ້າສານໜຽວ 7.500-8 ພັນກີບ, ເຂົ້າສານຈ້າວ 8-9 ພັນ ກີບຕໍ່ກິໂລ, ສ່ວນປານິນລ້ຽງປະຈຸບັນແມ່ນໄດ້ປັບຫຼຸດລາຄາຂາຍ ຈາກ 22 ພັນມາເປັນ 20 ພັນກີບ ຕໍ່ກິໂລ ແລະຊີ້ນຄວາຍ-ງົວແມ່ນ ຍັງປົກກະຕິ 70-75 ພັນກີບ, ພ້ອມນັ້ນ ແຂວງຫຼວງພະບາງ, ສະຫວັນນະເຂດ ແລະຈຳປາສັກລາຄາສິນຄ້າກໍ່ໃກ້ຄຽງກັນກັບນະຄອນຫຼວງຕົ້ນຕໍເຂົ້າສານໜຽວ 5-6 ພັນກີບຕໍ່ກິໂລ, ເຂົ້າສານຈ້າວ 8-9 ພັນກີບຕໍ່ກິໂລ, ໝູ 35 ພັນກີບ, ປານິນກະຊັງ 18-20 ພັນກີບຕໍ່ກິໂລ.

ແຕ່ຖ້າສົມທຽບລາຄາສິນຄ້າ ບາງລາຍການທີ່ມີຜົນກະທົບໄວຕໍ່ ກັບຊີວິດການເປັນຢູ່ຂອງປະເທດ ໃກ້ຄຽງຄືໄທ ແລະຫວຽດນາມຈະເຫັນໄດ້ວ່າ ສິນຄ້າປະເພດເຂົ້າສານໜຽວ (ປະເພດ 1) ຢູ່ລາວ 8.500 ກີບ, ໄທ 10.580 ກີບ ແລະ ຫວຽດນາມ 8.870 ກີບຕໍ່ ກິໂລ, ສ່ວນລາຄາເຂົ້າສານຈ້າວ (ປະເພດ 1) ຢູ່ລາວ 10 ພັນກີບ, ໄທ 7.220 ກີບ ເຫັນໄດ້ວ່າລາຄາ ເຂົ້າຢູ່ລາວແພງກວ່າໄທເຖິງ 2 ພັນ ກວ່າກີບ, ສຳລັບລາຄາເຂົ້າຈ້າວມະລິຢູ່ລາວ 10 ພັນກີບ ແລະໄທ 10.423 ກີບ, ໄທແພງກວ່າລາວ 423 ກີບຕໍ່ກິໂລ, ສະເພາະປະເພດ ຊີ້ນ, ປາ, ໄກ່ ແລະໄຂ່ເຊັ່ນ: ຊີ້ນໝູ ຢູ່ລາວ 35 ພັນກີບ, ໄທມີແຕ່ 30 ພັນກີບ ແລະຫວຽດນາມ 27.720 ກີບຕໍ່ກິໂລ, ສ່ວນຊີ້ນໝູລວມຢູ່ລາວ 33 ພັນກີບ, ໄທ 28.862 ກີບ ແລະ ຫວຽດນາມ 25.870 ກີບຕໍ່ກິໂລ, ລາຄາປານິນຢູ່ລາວ 19 ພັນກີບ, ໄທ 18.041 ກີບ ແລະຫວຽດນາມ 11.088 ກີບຕໍ່ກິໂລ, ລາຄາໄກ່ປ່ອກ ຢູ່ລາວ 32 ພັນກີບ, ຢູ່ໄທ 18.040 ກີບຕໍ່ກິໂລ, ລາຄາໄຂ່ໄກ່ຢູ່ລາວ 1,000 ກີບຕໍ່ໜ່ວຍ, ຢູ່ໄທ 674 ກີບຕໍ່ໜ່ວຍ ແລະຢູ່ຫວຽດນາມ 924 ກີບຕໍ່ໜ່ວຍ, ນອກນັ້ນກໍຍັງມີ ອັດຕາແລກປ່ຽນ, ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟຂອງ ສປປ ລາວ ທຽບກັບປະເທດໃກ້ຄຽງ ແມ່ນແພງກວ່າ ສສ ຫວຽດນາມ ສະເລ່ຍ 22%, ສປ ຈີນ 6% ແລະໄທ 2%, ການເກັບພາສີ, ອາກອນ ແລະຄ່າທຳນຽມຕ່າງຂອງແຕ່ລະປະເທດແມ່ນແຕກຕ່າງກັນ.

ໂດຍລວມແລ້ວລາຄາສິນຄ້າ ປະເພດສະບຽງອາຫານເປັນຕົ້ນແມ່ນປະເພດເຂົ້າ, ຊີ້ນ, ປາ, ໄກ່ ແລະໄຂ່ຢູ່ປະເທດລາວຍັງສູງກວ່າ ປະເທດໃກ້ຄຽງຄືໄທ ແລະ ຫວຽດນາມສະເລ່ຍປະມານ 10-20% ເນື່ອງຈາກຂະບວນການຜະລິດຢູ່ ພາຍໃນປະເທດເປັນການຜະລິດຂະໜາດນ້ອຍປັດໄຈການຜະລິດ ກໍແພງກວ່າເຮັດໃຫ້ຈຳເປັນໄດ້ນຳ ເຂົ້າເປັນສ່ວນຫຼາຍຈຶ່ງເຮັດໃຫຕົ້ນທຶນການຜະລິດພາຍໃນສູງ ແລະ ລາຄາສິນຄ້າແພງຂຶ້ນຕາມມານ້ຳມັນ ສະເພາະແມ່ນສິນຄ້າທີ່ລາວ ນຳເຂົ້າ 100% ດັ່ງນັ້ນຫາກລາຄານ້ຳມັນ ໃນຕະຫຼາດໂລກ ແລະພາກພື້ນຫາກມີການເໜັງຕີງຂຶ້ນ ລົງກໍຈະສົ່ງຜົນກະທົບໂດຍກົງຕໍ່ລາຄາສິນຄ້າ ບໍ່ວ່າຈະເປັນສິນຄ້າ ທີ່ຜະລິດພາຍໃນ ແລະນຳເຂົ້າຈາກຕ່າງປະເທດ, ສ່ວນອີກໜຶ່ງປັດໄຈ ທີ່ພາໃຫ້ສິນຄ້າ ບາງລາຍການທີ່ມີຜົນກະທົບໄວມີການເໜັງຕີງ ເນື່ອງຈາກການຜະລິດຢູ່ພາຍໃນຍັງເປັນ ການຜະລິດຂະໜາດນ້ອຍ ແລະກາງກວມ 99,8%, ໃຊ້ມີຕົ້ນທຶນການຜະລິດທີ່ສູງ ສົ່ງຜົນໃຫ້ຂອດຈຳໜ່າຍມີລາຄາແພງ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: sedthakid.la, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

 

Comments