ເພງລາວ “ ເອີ້ນອ້າຍໃສ່ໝໍ້ໜຶ້ງ ” ປັດຈຸບັນມີຜູ້ເຂົ້າຊົມສູງເຖິງ 10 ກວ່າລ້ານວິວ!!!


 ມື້ນີ້ທາງພວກເຮົາ ຈະມານໍາສະເໜີນັກຮ້ອງ-ສິລະປິນ ມຸກດາວັນ ສັນຕິພອນ ເປັນສິລະປິນສຽງຫວານ, ໜ້າໃສ ຈາກຖິ່ນຖານກໍາເນີດໄດໂນເສົາ ແຂວງສະຫວັນນະເຂດ, ໄດ້ສະແດງຄວາມຮູ້ສຶກກ່ຽວກັບ ຍອດເພງທີ່ສູງຫຼາຍ ວ່າ: ຕັ້ງແຕ່ເຂົ້າວົງການບັນເທີງ ເພງທີ່ ໂພສລົງທາງຢູທູບ ເຫັນຍອດວິວເພງທີ່ສັງຄົມ ນິຍົມເບິ່ງໃນຢູທູບສູງສຸດແມ່ນ:

ເພງ ເອີ້ນອ້າຍໃສ່ໝໍ້ໜຶ້ງ 10 ລ້ານກວ່າວິວ, ສຽງແຄນແທນໃຈ 6 ລ້ານວິວ, ມົນຮັກບ່າວເມືອງວັງ 4 ລ້ານກວ່າວິວ, ສະເໜ່ທ່າເຊຈຳພອນ 1.8 ແສນວິວ ແລະ ເພງກ່ອນພັນສາ 1.4 ແສນວິວ ນັ້ນເອງ.

ນອກຈາກນັ້ນ, ສິລະປິນສຽງຫວານຄົນນີ້, ຍັງໄດ້ສະແດງຄວາມຄິດເຫັນຕໍ່ກັບຍອດວິວນັ້ນວ່າ ດີໃຈຫຼາຍທີ່ສັງຄົມລາວເຮົານິຍົມຟັງເພງລາວ ເພາະເພງລາວເມື່ອຟັງຈະອ່ອນຊ້ອຍ ສາມາດສະກົດໃຈຜູ້ຟັງ ແລະ ກໍ່ດີໃຈກັບການມີຢູ່ທູບ ເຊິ່ງມັນສາມາດສ້າງກະແສລາຍຮັບຕໍ່ນັກສິລະປິນ ທີ່ບໍ່ມີທຶນໃນການໂຄສະນາເຜີຍແຜ່ເພງ ເຊິ່ງນີ້ກໍ່ເປັນອີກຊ່ອງທາງໜຶ່ງທີ່ເຜີຍແຜ່ຜົນງານສູ່ຜູ້ຟັງ ແລະ ໄດ້ຕິດຕາມທັດສະນະ ຂອງຜູ້ຟັງທີ່ໃຫ້ຄຳເຫັນ ຢູ່ໃນນັ້ນພ້ອມ.

ແຕ່ບົດບາດຂອງຢູທູບກໍ່ບໍ່ງ່າຍ ເພາະມັນເປັນອີກບົດບາດໜຶ່ງ ທີ່ເຮົາຕ້ອງພັດທະນາຜົນງານ ແລະ ແຂ່ງຂັນກັບຄົນທົ່ວໂລກ ທີ່ສ້າງຜົນງານລົງທາງຢູທູບ. ທ້າຍນີ້, ມຸກດາວັນ ສັນຕິພອນ ຍັງໄດ້ໃຫ້ທັດສະນະ, ຄວາມຮູ້ສຶກ ແລະ ການພັດທະນາຕົນເອງຕື່ມວ່າ: ການພັດທະນາຕົນເອງໃຫ້ກາຍເປັນນັກສິລະປິນ ທີ່ມີຊື່ສຽງໃນປະເທດລາວ ກໍ່ຄືໃຫ້ທຽບເທົ່າກັບສາກົນ ໂດຍສະເພາະແມ່ນວົງການບັນເທີງບ້ານເຮົາ ເຊິ່ງເປີດກວ້າງຂຶ້ນຢູ່ໃນໂລກອິນເຕີເນັດ ເຊິ່ງອາດເຮັດໃຫ້ເຮົາໄດ້ມີໂອກາດ ເບິ່ງຜົນງານຄົນອື່ນ ແລະ ເຫັນຜົນງານຂອງເພິ່ນ ເຊັ່ນ: ເພງລາວ, ເພງຕ່າງປະເທດກໍ່ຄືສາກົນ. ສ່ວນການພັດທະນາສູ່ສາກົນນັ້ນ, ແນ່ນອນນັກສິລະປິນທຸກຄົນຕ້ອງໄດ້ຊອກຮຽນຮູ້ທຸກສິ່ງຢ່າງທີ່ຢູ່ໃນສັງຄົມ ເພາະວ່າສິລະປະວັດທະນະທໍາລາວ ມັນລະອຽດອ່ອນ ແລະ ທຸກຢ່າງທີ່ຈະເຮັດລົງໄປເຮົາຕ້ອງຄໍານຶງເຖິງຄໍາລາວ. ກໍ່ສາມາດດຶງດູດຄົນຕ່າງປະເທດ ເຂົ້າມາທ່ຽວປະເທດລາວຍ້ອນເຂົາຢາກເຫັນ, ຢາກໄດ້ຍິນ, ຢາກລອງໃຊ້ຊີວິດໃນວັດທະນະທຳລາວ ແລະ ເຮັດແນວໃດ ທີ່ສາກົນຈະຮູ້ຈັກວັດທະນະທຳຂອງຄວາມເປັນລາວ ຫຼາຍຂຶ້ນກວ່າເກົ່າ ນີ້ຄືສິ່ງທີ່ພູມໃຈໃນຕົວເຮົາເອງ.

ມາຟັງເພງ ເອີ້ນອ້າຍໃສ່ໝໍ້ໜຶ້ງ ນຳກັນ.



າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ແຫຼ່ງຂ່າວຈາກ: ໜັງສືພິມ ເສດຖະກິດ – ການຄ້າ, vathasin vath, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments