"ທ່ານ ນາຍົກ ທອງລຸນ" ກ່າວເຖິງ "ໜ້າວຽກ 14 ຢ່າງ" ທີ່ລັດຖະບານລາວ ຕ້ອງໄດ້ເອົາໃຈໃສ່




ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ລາຍງານ ແລະ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 03 ຂອງສະພາແຫ່ງຊາດຊຸດທີ VIII, ກ່ຽວກັບບັນດາໜ້າວຽກທີ່ລັດຖະບານແຫ່ງ ສປປລາວ ຕ້ອງໄດ້ເອົາໃຈໄສ່" ໃນວັນທີ 06 ພຶດສະພາ 2017 ນະຄອນຫຼວງວຽງຈັນ ສປປລາວ.

ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ທີ່ສະພາແຫ່ງຊາດໄດ້ຮັບຮອງໃຫ້ປະກົດຜົນເປັນຈິງນັ້ນ, ລັດຖະບານແຫ່ງ ສປປລາວ ຈະສືບຕໍ່ສຸມໃສ່ວຽກງານຕົ້ນຕໍຈຳນວນໜຶ່ງຄື:

(1) ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ດຳລົງຊີວິດ ແລະ ສ້າງສາພັດທະນາຊີວິດການເປັນຢູ່ດີຂຶ້ນ, ຕ້ານ ແລະ ສະກັດກັ້ນປາກົດການທີ່ກົດໜ່ວງກີດຂວາງການພັດທະນາ, ສືບຕໍ່ແກ້ໄຂບັນຫາການຄ້າຂາຍສິ່ງເສບຕິດ, ການຄ້າຂາຍເຖື່ອນ, ການກະທຳຜິດກົດໝາຍ ແລະ ປາກົດການຫຍໍ້ທໍ້ທາງສັງຄົມ;

(2) ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງເພື່ອຮັບປະກັນ ໃຫ້ເສດຖະກິດຂະຫຍາຍຕົວໃນລະດັບບໍ່ຫລຸດ 7% ໂດຍການເພີ່ມທະວີຍູ້ແຮງການຜະລິດສິນຄ້າ ແລະ ການບໍລິການ, ສົ່ງເສີມການລົງທຶນ, ຍົກສະມັດຖະພາບຂອງງານ ແລະ ການຄຸ້ມຄອງລັດໃຫ້ມີປະສິດທິພາບສູງຂຶ້ນ;

(3) ສືບຕໍ່ປັບປຸງການຄຸ້ມຄອງລະບົບການເງິນ-ງົບປະມານ ດ້ວຍການປະຕິຮູບກົນໄກເກັບລາຍຮັບ ໃຫ້ເຂົ້າສູ່ລະບົບທັນສະໄໝ, ໂປ່ງໃສ, ພ້ອມທັງຕິດຕາມກວດກາ ແລະ ປັບປຸງກົນໄກປະຕິບັດແຜນງົບປະມານ ແລະ ແຜນລາຍຈ່າຍໃຫ້ມີປະສິດທິຜົນ, ເອົາໃຈໃສ່ວຽກງານກວດສອບ ແລະ ປະຕິບັດ ມາດຕະການເກັບກູ້ ງົບປະມານທີ່ຕົກເຮ່ຍໃຫ້ເຂົ້າສູ່ລະບົບ ແລະ ສືບຕໍ່ປະຕິບັດນະໂຍບາຍປະຢັດແຫ່ງຊາດ ແລະ ຕ້ານການຟຸມເຟືອຍ;

(4) ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ, ປະຕິບັດນະໂຍບາຍດອກເບ້ຍທີ່ເໝາະສົມຕາມກົນໄກຕະຫລາດ, ກຳນົດອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ຂອງທະນາຄານທຸລະກິດໃຫ້ເໝາະສົມ, ຊຸກຍູ້ໃຫ້ຕະຫລາດລະຫວ່າງທະນາຄານ ແລະ ຕະຫລາດເປີດ ແລະ ຕະຫລາດພັນທະບັດເຄື່ອນໄຫວຢ່າງແຂງແຮງ ແລະ ມີປະສິດທິພາບ, ຄຸ້ມຄອງອັດຕາແລກປ່ຽນໃຫ້ຢູ່ໃນເກນທີ່ໄດ້ກຳນົດໄວ້;

(5) ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໂດຍແກ້ໄຂຂັ້ນຕອນ ແລະ ຂອດຕ່າງໆທີ່ກົດໜ່ວງ ສ້າງຄວາມຫຍຸ້ງຍາກ ດ້ວຍການປະຕິບັດກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນໃຫ້ເປັນກົນໄກ ແລະ ລະບຽບການບໍລິການ ລົງທຶນຜ່ານປະຕູດຽວຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ໄວ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນ;

(6) ກວດກາຄືນມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ບໍລິການ ເພື່ອຮີບຮ້ອນສຶກສາຄົ້ນຄວ້າ ກຳນົດໂຄງສ້າງລາຄາສິນຄ້າ ແລະ ການບໍລິການ, ສະພາບຄວາມຕ້ອງການ ແລະ ຄວາມສາມາດສະໜອງຕົວຈິງ ໃນປັດຈຸບັນ ເພື່ອເປັນບ່ອນອີງໃນການກຳນົດນະໂຍບາຍ, ມາດຕະການສົ່ງເສີມການຜະລິດ ແລະ ການບໍລິການຢູ່ພາຍໃນ;

(7) ຊຸກຍູ້ສົ່ງເສີມລົງທຶນໃສ່ການຜະລິດ ແລະ ບໍລິການທີ່ປະເທດເຮົາມີທ່າແຮງ ເປັນຕົ້ນ: ການຜະລິດສິນຄ້າກະສິກຳ, ທຸລະກິດຂະໜາດນ້ອຍ ແລະ ກາງ, ການທ່ອງທ່ຽວ, ການຂົນສົ່ງ ແລະ ອື່ນໆ. ຄຽງຄູ່ໄປກັບການຊຸກຍູ້ສົ່ງເສີມການຮຽນຮູ້ ແລະ ນຳໃຊ້ເຕັກໂນໂລຊີທັນສະໄໝ, ຍົກລະດັບຄວາມອາດສາມາດຂອງທຸລະກິດພາຍໃນເພື່ອໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ;



(8) ຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫຍ່ລະດັບຊາດທີ່ລັດຖະບານໄດ້ຕົກລົງ ແລະ ບັນຈຸໃນແຜນແລ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເພື່ອເປັນກຳລັງແຮງໃນການກະຕຸ້ນເສດຖະກິດໃຫ້ມີການເຕີບໃຫຍ່ຢ່າງຕໍ່ເນື່ອງ ເປັນຕົ້ນ:

1. ໂຄງການທາງລົດໄຟລາວ-ຈີນ,
2. ໂຄງການທາງລົດໄຟລາວ-ໄທ,
3. ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ,
4. ໂຄງການກໍ່ສ້າງສະໜາມບິນ ແລະ ກໍ່ສ້າງທາງດ່ວນ,
5. ໂຄງການສ້າງລະບົບໂລຈິດສຕິກ ແລະ ທ່າເຮືອເທິງບົກ (Dry Port),
6. ໂຄງການພັດທະນາທ່າເຮືອວຸ່ງອ່າງໃຫ້ເປັນທ່າເຮືອປະສົມລາວ-ຫວຽດນາມ ແລະ
7. ບັນດາໂຄງການລົງທຶນຂະໜາດໃຫຍ່ທີ່ໄດ້ຮັບການອະນຸມັດໃນຂົງເຂດພະລັງງານ, ບໍ່ແຮ່, ອຸດສາຫະກຳ, ການບໍລິການ, ຄົມມະນາຄົມ ແລະ ອື່ນໆໃຫ້ເປັນຮູບປະທໍາ;

(9) ສືບຕໍ່ສຸມໃສ່ການພັດທະນາດ້ານວັດທະນະທຳ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ:

1. ເອົາໃຈໃສ່ຊຸກຍູ້ຂະບວນການຜະລິດຂອງປະຊາຊົນ ແລະ ຜູ້ປະກອບການ,
2. ຕັ້ງໜ້າຜັນຂະຫຍາຍມະຕິຄຳສັ່ງວ່າດ້ວຍວຽກງານສາມສ້າງໃຫ້ແທດເຖິງຕົວຈິງ, ໂດຍສືບຕໍ່ປະຕິບັດໂຄງການພັດທະນາຊົນນະບົດ ເປັນຕົ້ນ: ໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ກຳນົດໃນແຜນຂອງບັນດາເມືອງທຸກຍາກ ແລະ ເຂດທຸກຍາກຂອງ 91 ຈຸດສຸມພັດທະນາ ແລະ 145 ຈຸດສຸມໃນການຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນໃຫ້ປະຊາຊົນ,
3. ຍົກສູງຄຸນນະພາບການສຶກສາ ແລະ ສາທາລະນະສຸກໃຫ້ທົ່ວເຖິງເຂດຊົນນະບົດຫ່າງໄກສອກຫລີກ,
4. ສຸມທຶນຮອນເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ,
5. ຍົກລະດັບຄຸນນະພາບຄູ, ຫລັກສູດການຮຽນ-ການສອນໃນທຸກຊັ້ນໃຫ້ຂຶ້ນສູ່ລະດັບໃໝ່,
6. ຍົກລະດັບການບໍລິການທາງດ້ານສາທາລະນະສຸກ ເປັນຕົ້ນ: ການປິ່ນປົວ, ຈັນຍາບັນຂອງພະນັກງານແພດໝໍ ແລະ ສະໜອງຢາປິ່ນປົວທີ່ມີຄຸນນະພາບກວ່າເກົ່າ,
7. ແກ້ໄຂບັນຫາຂາດເຂີນແຮງງານ, ຄຸນນະພາບຂອງແຮງງານ ແລະ ສືບຕໍ່ປະຕິບັດນະໂຍບາຍສະຫວັດດີການສັງຄົມໃຫ້ດີຂຶ້ນ;

(10) ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃຫ້ເປັນຄາດໝາຍ, ແຜນງານ ແລະ ເປັນໂຄງການລະອຽດຂອງແຕ່ລະຂະແໜງການ ເພື່ອຮັບປະກັນການຈັດຕັ້ງ ປະຕິບັດໃຫ້ມີປະສິດທິຜົນ, ເອົາໃຈໃສ່ຕິດຕາມກວດກາການຄຸ້ມຄອງ, ນຳໃຊ້, ເຊົ່າສຳປະທານທີ່ດິນ ແລະ ການບຸກລຸກປ່າສະຫງວນ, ປ່າຕົ້ນນໍ້າ ເຂດວັດຖຸບູຮານ ແລະ ອື່ນໆ ລວມທັງການຫັນປ່ຽນ ຮູບແບບການນຳໃຊ້ທີ່ດິນ, ສືບຕໍ່ປັບປຸງນະໂຍບາຍການຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ຕາມຈິດໃຈຊີ້ນຳຂອງກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ X;

(11) ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການບໍລິຫານລັດ, ໂດຍສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນ, ແບບແຜນວິທີເຮັດວຽກ ແລະ ລະບອບ-ກົນໄກການເຄື່ອນໄຫວວຽກງານຂອງກະຊວງ ແລະ ອົງການທຽບເທົ່າທີ່ຂຶ້ນກັບລັດຖະບານໃຫ້ສຳເລັດໂດຍໄວຕາມທິດກະທັດຮັດ, ສົມເຫດສົມຜົນ, ແທດຕົວຈິງ, ຍົກສູງປະສິດທິພາບໃນການເຄື່ອນໄຫວ ແລະ ປະຕິບັດພາລະບົດບາດທີ່ໄດ້ຮັບມອບໝາຍໃຫ້ສໍາເລັດເປັນຢ່າງດີ;

(12) ເອົາໃຈໃສ່ຊີ້ນຳອົງການກວດກາລັດຖະບານ ໃຫ້ສົມທົບແໜ້ນກັບອົງການກວດສອບແຫ່ງລັດ ສືບຕໍ່ກວດກາ ແລະ ກວດສອບການປະຕິບັດພາລະບົດບາດ, ການປະຕິບັດວິໄນແຜນການ-ການເງິນ, ການຫັນຊັບສິນ ແລະ ທີ່ດິນເປັນທຶນ ແລະ ການເຄື່ອນໄຫວເສດຖະກິດ-ສັງຄົມອື່ນໆ ທີ່ບໍ່ຖືກຕ້ອງ ສອດຄ່ອງກັບກົດໝາຍ ແລະ ຄວາມບໍ່ໂປ່ງໃສໃນການປະຕິບັດໜ້າທີ່ ເພື່ອສະກັດກັ້ນການສໍ້ລາດ ບັງຫລວງທຸກຮູບແບບ, ຕ້ານປາກົດການຫຍໍ້ທໍ້, ພະຍາດອາດຍາສິດໃຫ້ເປັນຮູບປະທຳ;

(13) ເປັນເຈົ້າການຄົ້ນຄວ້າສ້າງ ແລະ ນຳສະເໜີປັບປຸງບັນດາກົດໝາຍ ແລະ ນິຕິກຳທີ່ບໍ່ສອດຄ່ອງ ຫລື ກົດໜ່ວງທ່ວງດຶງການພັດທະນາໃຫ້ທັນສະພາບການ ແນໃສ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ຊຸກຍູ້ການພັດທະນາ;

(14) ສ້າງສະພາບແວດລ້ອມໃຫ້ແກ່ການພັດທະນາ ໂດຍແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໄປພ້ອມກັບການສ້າງສະພາບແວດລ້ອມທີ່ດີ ແລະ ສະເໝີຕົ້ນສະເໝີປາຍກັບເພື່ອນມິດສາກົນ:

1. ປະຕິບັດນະໂຍບາຍເພີ່ມມິດຫລຸດຜ່ອນສັດຕູ ແລະ ນະໂຍບາຍການທູດປ້ອງກັນເຫດ,
2. ເສີມຂະຫຍາຍຄວາມເປັນເຈົ້າການໃນການຍາດແຍ່ງ ແລະ ນຳໃຊ້ການຮ່ວມມືສາກົນທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍເພື່ອການພັດທະນາ ແລະ ພາປະເທດຊາດຫລຸດພົ້ນອອກຈາກ ຄວາມດ້ອຍພັດທະນາ ຕາມເປົ້າໝາຍທີ່ວາງໄວ້.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: ສຸຣິດົງ | KPL, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments