ອັດຖິ "ທະຫານຫວຽດນາມ" ໃນປາງສົງຄາມຢູ່ "ປະເທດລາວ" 16 ອັດຖິ ຖືກຈັດສົ່ງກັບຄືນສູ່ປະເທດ



ໃນວັນທີ 7 ພຶດສາພາ 2017 ທີ່ກອງບັນຊາການທະຫານ ແຂວງສາລະວັນໄດ້ມີພິທີຈັດສົ່ງອັດຖິທະຫານ ອາສາສະໝັກ-ຊ່ຽວຊານຫວຽດນາມ ຈໍານວນ 16 ອັດຖິ ທີ່ເສຍສະຫລະຊີວິດໃນ ປາງສົງຄາມ ຢູ່ແຂວງສາລະວັນ ກັບຄືນຖິ່ນຖານພູມລໍາເນົາ ປະເທດຫວຽດນາມຢ່າງສົມກຽດໂດຍມີ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະພັກ, ອຳນາດການປົກຄອງແຂວງ, ພະນັກງານ-ລັດທະກອນ, ທະຫານ-ຕຳຫລວດ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າພາຍໃນ ແຂວງສາລະວັນເຂົ້າຮ່ວມ. ອັດຖິດັ່ງກ່າວ ແມ່ນໄດ້ມາຈາກການຂຸດຄົ້ນ ຂອງໜ່ວຍປະຕິບັດ ງານພິເສດ ຂອງກອງບັນຊາການທະຫານ ແຂວງສາລະວັນ ຮ່ວມກັບໜ່ວຍປະຕິບັດງານພິເສດ ຂອງທະຫານຫວຽດນາມ ປະຈຳສົກປີ 2016- 2017. 

ທ່ານ ພັນເອກ ພູວຽງ ຫລຽມມະວົງສາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງສາລະວັນ ໄດ້ກ່າວວ່າ: 2 ປະເທດ ລາວ-ຫວຽດນາມ ແມ່ນເພື່ອນມິດສະໜິດແໜ້ນ, ຮ່ວມເປັນ, ຮ່ວມຕາຍ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ ແລະ ຮ່ວມຕີສັດຕູໂຕດຽວກັນ ບົນພື້ນຖານຄວາມສາມະຄີແບບພິເສດ. ໃນຂະບວນການຕໍ່ສູ້ ໄດ້ມີຊາວໜຸ່ມຕະລຸມບອນ ໂຮຈິມິນ ຫລາຍແສນຄົນສະໝັກໃຈ ອອກສູ່ແນວ ໜ້າຂ້າມສາຍພູຫລວງ ເຂົ້າສູ່ແນວຮົບພາກຕາວັນຕົກ ຮ່ວມກັບກອງທັບປະຊາຊົນລາວ ຄຽງບ່າຄຽງໄຫລ ລຸກຂຶ້ນຕໍ່ສູ້ຢ່າງພິລະອາດຫານຢູ່ສະໜາມຮົບ ອັນດຸເດືອດຂຽ້ວຂາດນັ້ນ ມີຫລາຍສະຫາຍທີ່ໄດ້ເສຍຊີວິດ ໃນໄວໜຸ່ມແໜ້ນ ຍອມເສຍເລືອດເນື້ອ ເພື່ອແລກມາກັບຄວາມເປັນ ເອກກະລາດແຫ່ງຊາດ ຄວາມສະຫງົບ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ປະຊາຊົນແຂວງ ສາລະວັນ ຈົນຮອດທຸກວັນນີ້.



າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: ຂປລ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments