ອັງກິດບໍ່ຍອມຈ່າຍຄ່າທຳນຽມ "ອອກຈາກອີຢູ" 1 ແສນລ້ານຢູໂຣ



ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ປະເທດສະຫະລາຊະອານາຈັກ (ອັງກິດ) ເມື່ອວັນທີ 3 ພຶດສະພາທີ່ຜ່ານມາວ່າ ເດວິດ ເດວິສ ລັດຖະມົນຕີດ້ານກິດຈະການເບຣັກຊິຕ ກ່າວເມື່ອວັນພຸດວ່າ ລັດຖະບານສະຫະລາຊະອານາຈັກ ບໍ່ມີທາງຈ່າຍເງິນສູງເຖິງ 100,000 ລ້ານຢູໂຣ ຫຼື ປະມານ 892,996,389,652,000 ກີບ ໃຫ້ກັບທາງສະຫະພາບເອີຣົບ (ອີຢູ ) ເພື່ອເປັນ “ຄ່າທຳນຽມ” ໃນການລາອອກຈາກສະຫະພາບ ໃນຊ່ວງຕົ້ນປີ 2019 ໂດຍທາງເດວິສ ຢືນຢັນວ່າ ສະຫະລາຊະອານາຈັກ ຈະຊຳລະເງິນຄົງຄ້າງ ສະເພາະໃນສ່ວນທີ່ຕ້ອງຊຳລະ “ຕາມກົດໝາຍ” ບໍ່ແມ່ນ “ຕາມຄວາມຕ້ອງການ” ຂອງອີຢູ.

ທັງນີ້ ເດວິສ ກ່າວອີກວ່າ ຕອນນີ້ທາງສະຫະລາຊະອານາຈັກ ຍັງມີຖານະເປັນ 1 ໃນ 28 ປະເທດ ສະມາຊິກຂອງອີຢູ ແລະ ຈະປົກປ້ອງສິດ ແລະ ຄວາມເປັນທຳ ຂອງຕົນເອງຢ່າງເຖິງທີ່ສຸດ ກ່ອນການຫຼຸດອອກຈາກການ ເປັນສະມາຊິກຢ່າງເປັນທາງການ.

ຄຳຖະແຫຼງການຂອງເດວິສມີຂຶ້ນ ຫຼັງຈາກມີລາຍງານວ່າ ຄ່າຕົກລົງປະນີປະນອມ ທາງເສດຖະກິດ ລະຫວ່າງສະຫະລາຊະອານາຈັກກັບທາງອີຢູ ຕາມການຊຸກຍູ້ຂອງທາງເຢຍລະມັນ ຝຣັ່ງ ແລະ ໂປແລນ ໄດ້ເພີ່ມຈາກ 60,000 ລ້ານຢູໂຣ ເປັນ 100,000 ລ້ານຢູໂຣ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments