ແຂວງບໍ່ແກ້ວ ຂະຫຍາຍເສັ້ນທາງຈາກ 2 ເລນເປັນ 4 ເລນ "ຍາວ 2,4 ກິໂລແມັດ ມູນຄ່າ 58 ຕື້​ກວ່າ​ກີບ"



ໂຄງການກໍ່ສ້າງ-ຂະຫຍາຍເສັ້ນທາງ ຈາກ 2 ​ເລນ ມາເປັນ 4 ເລນ ແຕ່ຫໍຫລັກເມືອງ ຫາ ສາມແຍກທາງຂຶ້ນ ສະໜາມບິນຫ້ວຍຊາຍ ມີຄວາມຄືບໜ້າ 14,76% ຫລັງຈາກ ໄດ້ເລີ່ມກໍ່ສ້າງ ມາແຕ່ວັນທີ 1 ມັງກອນ 2017 ມາຮອດປັດຈຸບັນແມ່ນສຳເລັດການວ່າງທໍ່ ລະບາຍນ້ຳຈຳນວນໜຶ່ງ ແລະ ພວມຍັງຢູ່ລະຫວ່າງ ວາງການທັບມ້າງ ສິງກີດຂວາງເຊັນ: ຍ້າຍເສົ້າໄຟຟ້າ, ສາຍໂທລະສັບ, ທໍ່ນ້ຳປາປາ, ເຮືອນ, ຮ້ານ, ເສົ້າໄຟເຍືອງທາງ ແລະ ອື່ນໆ.

ຕາມການລາຍງານຂອງ ທ່ານ ສົມບູນ ເກີດກອງ ຮອງຫົວໜ້າພະແນກທິການ ແລະ ຂົນສົງ ແຂວງບໍ່ແກ້ວ ໃນວັນທີ 3 ພຶດສະພາ 2017 ໃຫ້ຮູວ່າ: ໂຄງການຂະຫຍາຍ ເສັ້ນທາງ 4 ເລນຈາລະຈອນ ແມ່ນມີຄວາມຍາວ 2,425 ແມັດ, ຄວາມກວ້າງທັງສອງເບື້ອງລະ 10,30 ແມັດ, ໜ້າທາງກວ້າງ 8,80 ແມັດ ທາງຢາງ 1,50 ແມັດ, ລວມມູນຄ່າການ ກໍ່ສ້າງທັງໝົດ 58 ຕື້ກວ່າກີບ. ຄາດວ່າຈະສຳເລັດ ການກໍ່ສ້າງໃນຕົ້ນ ເດືອນມັງກອນ 2019. ພາຍຫລັງກໍ່ສ້າງສຳເລັດແລ້ວ ເສັ້ນທາງດັ່ງກ່າວ ຈະເອື້ອອຳນວຍຄວາມສະດວກ ໃຫ້ແກ່ການສັນຈອນໄປມາ ຂອງພໍ່ແມ່ປະຊາຊົນ ກໍຄື ການຂົນສົ່ງສິນຄ້າ ລະຫວ່າງ ພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: ຂປລ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.


Comments