ປັດຈຸບັນ ຫຼາຍປະເທດທົ່ວໂລກ ໄດ້ສຸມໃສ່ພັດທະນາອຸດສາຫະກຳການທ່ອງທ່ຽວ ໃຫ້ມີຄວາມໂດດເດັ່ນ ເພື່ອດຶງເມັດເງິນມະຫາສານຈາກທຸລະກິດທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວທຳມະຊາດ ແລະ ມີສ່ວນຮ່ວມຂອງປະຊາຊົນ ເຊິ່ງໃນປີ 2016 ມີນັກທ່ອງທ່ຽວປະມານ 4,2 ລ້ານ ເຂົ້າມາທ່ຽວຊົມຢູ່ ສປປ ລາວ ສາມາດສ້າງລາຍຮັບຫຼາຍກວ່າ 724 ລ້ານໂດລາສະຫະລັດ ຫຼື ປະມານ 5.792 ຕື້ກີບ.
ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຮັບກຽດເປັນເຈົ້າພາບ ຈັດສຳມະນາລະດັບພາກພື້ນ ສຳລັບປະເທດກຳປູເຈຍ ລາວ ມຽນມາ ຫວຽດນາມ + ໄທ ເພື່ອກຳນົດທິດທາງ ແລະ ຍຸດທະສາດການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນໃນຂະແໜງການທ່ອງທ່ຽວ (CLMV+T) ຢູ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 3-4 ພຶດສະພາ 2017 ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມຸນຕີຣ ຮອງລັດຖະມົນຕີກະຊວງ ຖວທ ມີບັນດາຜູ້ຕາງໜ້າຈາກ 4 ປະເທດ ອົງການຈັດຕັ້ງສາກົນ ກ່ຽວຂ້ອງເຂົ້າຮ່ວມ.
ສຳມະນາຄັ້ງນີ້ ມີເປົ້າໝາຍສຳຄັນເພື່ອແລກປ່ຽນບົດຮຽນ ແລະ ປະສົບການດ້ານການພັດທະນາຂະແໜງການທ່ອງທ່ຽວຂອງບັນດາປະເທດກຳລັງພັດທະນາ ໂດຍສະເພາະແມ່ນການທ່ອງທ່ຽວທີ່ມີການຮ່ວມມືຢ່າງເຂັ້ມແຂງລະຫວ່າງພາກລັດ ແລະ ເອກະຊົນ ເພື່ອຊຸກຍູ້ການທ່ອງທ່ຽວທາງດ້ານປະຫວັດສາດ ວັດທະນະທຳ ແລະ ທຳມະຊາດທີ່ເປັນເອກະລັກ ໃນຮູບແບບການພັດທະນາທີ່ໝັ້ນຄົງ ປະຊາຊົນມີສ່ວນຮ່ວມ ແນໃສ່ສ້າງລາຍຮັບເຂົ້າທ້ອງຖິ່ນ ກໍ່ຄືຍົກລະດັບຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ດີຂຶ້ນເປັນກ້າວໆ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment