ປີ 2016 "ອົງການ ໄອຍະການ ປະຊາຊົນສູງສຸດ" ແກ້ໄຂຄະດີໄດ້ 8.300 ເລື່ອງ


 ທ່ານ ຄໍາ​ສານ ສຸ​ວົງ ຫົວໜ້າອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ​ ​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ຂອງສະພາ​ແຫ່ງ​ຊາດ ​ຊຸດ​ທີ VIII ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ວ່າ: ປີຜ່ານມາອົງການ​ໄອ​ຍະ​ການ​ ປະຊາຊົນສູງ​ສຸດ ສາມາດ​ແກ້​ໄຂ​ຄະດີໄດ້ 8.300 ກວ່າ​ເລື່ອງ. ປັດຈຸບັນ ມີ​ຄະດີ​ອາຍາ​ຂັ້ນຕົ້ນ 8.800 ກວ່າ​ເລື່ອງ, ​ໃນ​ນັ້ນ​ໄດ້​ສົ່ງ​ຄືນ​ ໃຫ້​ດໍາ​ເນີນ​ການ​ສືບສວນ-ສອບ​ສວນ​ຄືນ​ໃໝ່ 2.600 ກວ່າ​ເລື່ອງ, ​ໄດ້​ຖະ​ແຫ​ລງສົ່ງສານ 5.150 ກວ່າ​ເລື່ອງ, ສານ​ໄດ້​ພິຈາລະນາ​ຕັດສິນ​ແລ້ວ 4.480 ​ກວ່າເລື່ອງ ​ແລະ ສານ​ໄດ້​ພິຈາລະນາ​ຕັດສິນ ​ຕາມ​ການ​ຖະ​ແຫລ​ງຂອງ​ອົງການ ​ໄອ​ຍະ​ການ​ປະຊາຊົນ 4.443 ກວ່າ​ເລື່ອງ. ມີ​ຄະດີ​ອາຍາ​ຂັ້ນ​ອຸທອນ 590 ກວ່າ​ເລື່ອງ, ​ແກ້​ໄຂ​ແລ້ວ 370 ກວ່າ​ເລື່ອງ. ​ໃນ​ນັ້ນ​ໄດ້​ຂຶ້ນ​ຖະ​ແຫລ​ງ​ ໃນ​ທີ່​ປະຊຸມ​ສານ 330 ກວ່າ​ເລື່ອງ ​ແລະ ສານ​ພິພາກສາ​ຕາມ​ການ​ຖະ​ແຫລ​ງ 300 ກວ່າ​​ເລື່ອງ, ມີ​ຄະດີ​ອາຍາ​ຂັ້ນ​ລົບລ້າງ 310 ກວ່າ​ເລື່ອງ, ​ແກ້​ໄຂ​ແລ້ວ 115 ​ເລື່ອງ ​ແລະ ອື່ນໆ.

ທ່ານຫົວໜ້າ ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ກ່າວ​ຕື່ມ​ວ່າ: ຄຽງ​ຄູ່​ກັບ​ການ​ປະຕິບັດ​ສິ​ດ ​ແລະ ໜ້າ​ທີ່​ດັ່ງກ່າວ, ອົງການ​ໄອ​ຍະ​ການ​ປະຊາຊົນ​ຂັ້ນ​ຕ່າງໆ ​ຍັງ​ໄດ້​ເອົາ​ໃຈ​ໃສ່​ຕິດຕາມ​ກວດກາ​ ການ​ປະຕິບັດ​ກົດໝາຍ​ ໃນ​ການ​ດໍາ​ເນີນ​ຄະດີ​ແພ່ງ, ຄົ້ນຄວ້າ​ສະຫລຸບ​ຄະດີ​ ທີ່​ໄດ້​ຮັບຈາກ​ສານ​ປະຊາຊົນ​ເຂດ ​ແລະ ​ແຂວງ​ 700 ກວ່າ​ເລື່ອງ, ສົ່ງ​ສານ​ແລ້ວ 690 ກວ່າ​ເລື່ອງ, ​ໃນ​ນັ້ນ​ ໄດ້​ຂຶ້ນ​ຖະ​ແຫລ​ງທີ່​ປະຊຸມ​ສານ 500 ກວ່າ​ເລື່ອງ, ສານ​ຕັດສິນ​ເອົາ​ຕາມ​ການ​ຖະ​ແຫລ​ງ 510 ກວ່າ​ເລື່ອງ​ ເທົ່າ​ກັບ 99,43%, ​ໄດ້​ຮັບ​ສໍານວນ​ຄະດີ​ແພ່ງຂັ້ນ​ອຸທອນ 1.100 ກວ່າ​ເລື່ອງ ​ໄດ້​ກວດກາ​ແລ້ວ​ຖະ​ແຫລ​ງສົ່ງ​ສານ 620 ກວ່າ​ເລື່ອງ, ຖະ​ແຫລ​ງທີ່​ປະຊຸມ​ສານ 520 ກວ່າ​ເລື່ອງ, ສານ​ພິພາກສາ​ຕາມ​ການ​ຖະ​ແຫລ​ງ 460 ​ເລື່ອງ ​ເທົ່າ​ກັບ 86,96% ​ແລະ ​ໄດ້​ຮັບ​ສໍານວນ​ຄະດີ​ຂັ້ນ​ລົບ​ລ້າງ 490 ກວ່າ​ເລື່ອງ, ຖະ​ແຫລ​ງສົ່ງ​ສານ 290 ກວ່າ​ເລື່ອງ, ຖະ​ແຫລ​ງທີ່​ປະຊຸມ​ສານ 150 ກວ່າ​ເລື່ອງ, ສານ​ພິພາກສາ​ເອົາ​ຕາມ​ຖະ​ແຫລ​ງ 150 ກວ່າ​ເລື່ອງ ​ເທົ່າ​ກັບ 96, 84%.    
   
າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments