2 ອ້າຍນ້ອງສັ່ນຄອນ! ເກົາຫຼີເໜືອອອກມາເວົ້າໃຫ້ຈີນ "ຫຼັງຈີນໃຫ້ຍົກເລີກ ໂຄງການນິວເຄລຍ"

 
 
ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 4 ພຶດສະພາວ່າ ສຳນັກຂ່າວກາງເກົາຫຼີເໜືອ (KCNA) ເຊິ່ງເປັນກະບອກສຽງແຫ່ງດຽວຂອງລັດຖະບານເກົາຫຼີເໜືອ ສະເໜີລາຍງານເມື່ອວັນພຸດ ວິຈານບົດຄວາມຂອງໜັງສືພິມ ໂກລບອລ ໄທມ໌ສ ແລະ ໄຊນ່າ ເດລີ່ ເຊິ່ງເປັນສື່ຂອງພັກກອມມູນິດຈີນ ທີ່ເຜີຍແຜ່ບົດຄວາມໃນມື້ດຽວກັນ ທີ່ໄດ້ຮຽກຮ້ອງໃຫ້ມີການຄວໍ້າບາດ ຕໍ່ກັບເກົາຫຼີເໜືອ ເພື່ອກົດດັນໃຫ້ລັດຖະບານເກົາຫຼີເໜືອ ຢຸດຕິໂຄງການນິວເຄລຍນັ້ນ ທາງເກົາຫຼີເໜືອກ່າວວ່າ ເປັນການເດີນໜ້າສະແດງທັດສະນະ ທີ່ຂາດການກັ່ນກອງຮອບໃໝ່ຂອງຈີນ ເຊິ່ງມີແຕ່ຈະສົ່ງຜົນ ໃຫ້ສະຖານະການປະຈຸບັນ ເພີ່ມທະວີຄວາມຮຸນແຮງເທົ່ານັ້ນ.
 
ຂະນະດຽວກັນ KCNA ຍັງວິຈານບົດຄວາມລ່າສຸດ ຂອງໜັງສືພິມຈີນທັງສອງສະບັບວ່າ ເປັນຄວາມພະຍາຍາມຂອງພັກກອມມູນິດ ແລະ ລັດຖະບານຈີນ ໃນການໂຍນຄວາມຜິດໃຫ້ກັບເກົາຫຼີເໜືອ ວ່າເປັນຜູ້ທຳລາຍຄວາມສຳພັນລະຫວ່າງສອງປະເທດ ແລະ ໃຫ້ທາງເກົາຫຼີເໜືອ ຮັບຜິດຊອບຕໍ່ກັບການ ທີ່ອາເມຣິກາ ເຂົ້າມາຕິດຕັ້ງລະບົບປ້ອງກັນຂີປະນາວຸດ ເພດານຍິງສູງ "THAAD" ໃນເກົາຫຼີໃຕ້ ພ້ອມທັງກ່າວຫາວ່າຈີນ "ສ້າງເລື່ອງ" ກ່ຽວກັບຄວາມເສຍຫາຍດ້ານສິ່ງແວດລ້ອມ ທີ່ເກີດຂຶ້ນກັບ 3 ມົນທົນ ໃນພາກຕາເວັນອອກສ່ຽງເໜືອ ທີ່ລັດຖະບານຈີນລະບຸວ່າ ເປັນຜົນຈາກການທົດສອບລະເບີດນິວເຄລຍ ຂອງລັດຖະບານເກົາຫຼີເໜືອ.

ນອກຈາກນີ້ ລາຍງານດັ່ງກ່າວຂອງ KCNA ຍັງຕອບໂຕ້ລາຍງານຂອງສຳນັກຂ່າວຊິນຫົວ ຂອງລັດຖະບານຈີນ ເຊິ່ງຮຽກຮ້ອງໃຫ້ເກົາຫຼີເໜືອ ຢຸດຕິໂຄງການນິວເຄລຍ ວ່າເປັນການລະເມີດສິດ ແລະ ກຽດຕິຍົດຂອງ ລັດຖະບານເກົາຫຼີເໜືອ ອີກທັງຍັງເປັນການສະແດງທ່າທີ ຄຸກຄາມຕໍ່ກັບປະເທດເພື່ອນບ້ານ ທີ່ໄດ້ສ້າງຄວາມສຳພັນ ທີ່ດີຕໍ່ກັນມາເປັນເວລານານອີກດ້ວຍ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
 

Comments