ເວັບຢາຮູ ລາຍງານວ່າ ກ່ອນທີ່ຈະພົບຮັກ ແລະ ແຕ່ງດອງກັບ “ມິເຊລ” ພັນລະຍາ ຂອງອະດີດ ປະທານາທິບໍດີ ຂອງອາເມຣິກາ ບາຣັກ ໂອບາມາ ເຄີຍມີສາວຄົນຮັກ ທີ່ໃຊ້ຊີວິດຮ່ວມບ້ານດຽວກັນ ແລະ ເຄີຍຂໍແຕ່ງດອງອະດີດ ແຟນສາວຜູ້ນີ້ເຖິງ 2 ເທື່ອ ແຕ່ຖືກປະຕິເສດທັງ 2 ເທື່ອເຊັ່ນກັນ.
ຈາກຂ່າວວ່າ ໃນໜັງສືປະຫວັດຊີວິດ ຂອງອະດີດປະທານາທິບໍດີ ໂອບາມາ “Rising Star” ລະບຸວ່າ ຕອນນັ້ນ ລາວເປັນນັກສຶກສາໜຸ່ມໄວ 25 ໃຊ້ຊີວິດໃນນະຄອນຊິຄາໂກ ແລະ ຢູ່ຮ່ວມບ້ານກັບ ເຊຍລ່າ ແຈັກເກີ ແຟນສາວ ໃນຊ່ວງທົດສະວັດທີ 1980.
ໃນໜັງສື ແຈັກເກີ ເລົ່າວ່າ “ໃນຊ່ວງລະດູໜາວປະມານປີ 1986 ພວກເຮົາທັງສອງໄປຢາມພໍ່ແມ່ ແລະ ໂອບາມາ ກໍ່ຂໍຂ້ອຍແຕ່ງດອງ” ແຈັກເກີເລົ່າວ່າ ຕອນນັ້ນນາງອາຍຸ 23 ປີ ແລະ ແມ່ຂອງນາງກໍ່ກ່າວວ່າ ອາຍຸນ້ອຍເກີນໄປ ທີ່ຈະແຕ່ງດອງ ແຕ່ທັງສອງຍັງຢູ່ບ້ານດຽວກັນ ຕໍ່ມາປີ 1988 ກ່ອນທີ່ໂອບາມາ ຈະໄປສຶກສາຕໍ່ດ້ານກົດໝາຍ ທີ່ມະຫາວິທະຍາໄລຮາວາດ ລາວກໍ່ໄດ້ຂໍແຕ່ງດອງອີກ ແລະ ກໍ່ຖືກປະຕິເສດອີກ.
ຫຼັງຈາກແຍກທາງກັນ ແຈັກເກີ ໄດ້ໄປເປັນອາຈານສອນ ທີ່ວິທະຍາໄລໂອເບີລີນ ລັດໂອໄຮໂອ ສ່ວນທາງດ້ານໂອບາມາ ກໍ່ພົບຮັກກັບ ມິເຊລ ໂຣບິນສັນ ໝູ່ນັກສຶກສາ ຮ່ວມມະຫາວິທະຍາໄລຮາວາດ ແລະ ແຕ່ງດອງກັນ ມີລູກສາວ 2 ຄົນ ດັ່ງທີ່ພວກເຮົາຮູ້ກັນ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment