ຖ້າໂລກແຕກ ຫຼື ເກີດສົງຄາມໂລກຄັ້ງທີ່ 3 ໃຫ້ມາບ່ອນນີ້! Vivos xPoint ຊຸມຊົນ "ຂຸມຫຼົບໄພ" ທີ່ໃຫຍ່ທີ່ສຸດໃນໂລກ


 ມື້ນີ້ທາງ Devcrown.com ຈະພາໄປພົບກັບ ແຫຼ່ງຊຸມຊົນ ຂຸມຫຼົບໄພທີ່ໃຫຍ່ທີ່ສຸດໃນໂລກ ໂດຍບໍລິສັດ Vivos ຜູ້ຜະລິດອຸປະກອນ ຍາມເກີດເຫດການໄພພິບັດ ທີ່ອາດນຳໄປສູ່ວັນສິ້ນໂລກ ແລະ ໜຶ່ງໃນນັ້ນແມ່ນ Vivos xPoint ຊຸມຊົນຂຸມຫຼົບໄພ ຫຼື ບັງເກີ້ຂະໜາດໃຫຍ່.

Vivos xPoint ເປັນຊື່ເອີ້ນຂອງສະຖານທີ່ຕັ້ງຂອງຂຸມຫຼົບໄພຄອນກຣີດ ທີ່ຊ່ວງໜຶ່ງເຊົາໃຊ້ງານຈຳນວນ 575 ຫຼັງ ທີ່ຖືກໃຊ້ງານໃນກອງທັບ ລະຫວ່າງປີ 1942-1967 ມີພື້ນທີ່ໂດຍຮອບກວ່າ 46 ຕາລາງກິໂລແມັດ ຜູ້ຜະລິດກ່າວວ່າ ຂຸມຫຼົບໄພດັ່ງກ່າວສາມາດປ້ອງກັນແຮງດັນລະເບີດໄດ້ເຖິງ 5 ແສນປອນ ແລະ ເປັນຂຸມຫຼົບໄພສຳລັບຜູ້ຄົນໄດ້ກວ່າ 5,000 ຄົນ.

ພື້ນທີ່ດັ່ງກ່າວຕັ້ງຢູ່ໃນ ເຊາທ໌ດາໂກຕ້າ ປະເທດອາເມຣິກາ ແຕ່ກ່ອນເປັນທີ່ຕັ້ງເກັບອາວຸດ ແລະ ວັດຖຸລະເບິດ ພາຍຫຼັງບໍລິສັດ Vivos ໄດ້ຊື້ພື້ນທີ່ນີ້ມາໃນປີ 2016 ກ່ອນທີ່ຈະນຳມາສ້າງໂຄງການຂຸມຫຼົບໄພ ເພື່ອຕ້ານກັບວັນສິ້ນໂລກ ທີ່ມີຂະໜາດແຕ່ 26 ຟຸດ (8 ແມັດ) 60 ຟຸດ (18 ແມັດ) ແລະ 80 ຟຸດ (24 ແມັດ) ໃຫ້ເລືອກ ລາຄາສັນຍາເຊົ່າຈະຢູ່ທີ່ 99 ປີ ເດືອນລະ 1,000 ໂດລ່າ ວາງເງິນມັດຈຳ 25,000 ໂດລ່າ ເພື່ອແລກກັບຫ້ອງຄອນກຣີດຫວ່າງເປົ່າ ໂດຍທີ່ຜູ້ເຊົ່າສາມາດຕົກແຕ່ງພາຍໃນ ໄດ້ຕາມໃຈມັກ ແລະ ຖ້າຫາກຕົກແຕ່ງບໍ່ຄັກ ກໍ່ສາມາດຈ້າງທາງບໍລິສັດ ເພື່ອຕົກແຕ່ງໃຫ້ໄດ້ນຳ ແລະ ໄດ້ເປີດບໍລິການເມື່ອເດືອນ ມີນາ ປີ 2017 ນີ້.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments