ໃນໄລຍະຜ່ານມາກຸ່ມທະນາຄານໂລກ ໄດ້ໃຫ້ການສະໜັບສະໜູນທຶນຮອນ ແກ່ສປປ ລາວ ປະມານ 3 ພັນຕື້ກວ່າກີບ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນສ້າງເສັ້ນທາງ, ຂົວ, ການ ສະໜອງນ້ຳສະອາດ ແລະອື່ນໆ ໃຫ້ແກ່ ປະຊາຊົນເຂດຊົນນະບົດໄດ້ເກືອບ 8 ແສນຄົນ ຂະນະທີ່ໃນອະນາຄົດ ຍັງຈະໃຫ້ການຊ່ວຍເຫຼືອແກ່ລາວອີກ ເປັນມູນຄ່າປະມານ 2 ພັນຕື້ກວ່າກີບ ເພື່ອເຮັດໃຫ້ເສດຖະກິດຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວ ໃນຈັງຫວະ ທີ່ຕໍ່ເນື່ອງ.
ກອງປະຊຸມສະພາບໍລິຫານ (Board of Executive Directors) ຂອງກຸ່ມທະນາຄານໂລກ ໄດ້ຈັດຂຶ້ນໃນວັນທີ 27 ເມສາຜ່ານມາ ທີ່ນະຄອນຫຼວງວໍຊິງຕັນ ໂດຍໄດ້ປຶກສາຫາລືກ່ຽວກັບຂອບການເປັນຄູ່ຮ່ວມມື ລະຫວ່າງ ສປປ ລາວ ແລະກຸ່ມທະນາຄານໂລກໄລຍະ 2017-2021 ເພື່ອເລັງໃສ່ໃຫ້ການສະໜັບສະໜູນ ແກ່ການເຂົ້າເຖິງກາລະໂອກາດ ຢ່າງຖາວອນສຳລັບປະຊາຊົນລາວ ລວມທັງການເຕີບໂຕສີຂຽວທີ່ຍືນຍົງ, ການປັບປຸງການເຂົ້າເຖິງການບໍລິການ ດ້ານການພັດທະນາມະນຸດ ແລະພື້ນຖານໂຄງລ່າງ.
ທ່ານ ກິແກ້ວ ຈັນທະບູລີ ຮອງລັດ ຖະມົນຕີກະຊວງແຜນການ ແລະການລົງທຶນ ໄດ້ກ່າວວ່າ: ຂອບການເປັນຄູ່ຮ່ວມມືດັ່ງກ່າວໄດ້ສ້າງຂຶ້ນບົນພື້ນຖານ ການພົວພັນທີ່ໜັກແໜ້ນເຂັ້ມແຂງ ທີ່ມີມາແລ້ວຢ່າງຕໍ່ເນື່ອງ ເປັນໄລຍະ 50 ກວ່າປີ, ການຮ່ວມມືດັ່ງກ່າວຈະສືບຕໍ່ສະໜັບສະໜູນເປົ້າໝາຍລວມ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ຂອງລັດຖະບານແຫ່ງ ສປປ ລາວ, ຊຶ່ງຫົວຂໍ້ຫຼັກຂອງຂອບການ ເປັນຄູ່ຮ່ວມມືໄລຍະໃໝ່ນີ້ ແມ່ນການພັດທະນາແບບຍືນຍົງ ເພື່ອການເຂົ້າເຖິງກາລະໂອກາດ ຢ່າງຖາວອນສໍາລັບທຸກຄົນ ແລະຈະສຸມໃສ່ສີ່ຂົງເຂດຢ່າງສອດຄ່ອງກົມກຽວ ກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄື:
1).ສະໜັບສະໜູນການເຕີບໂຕທີ່ສົມດູນເຊັ່ນ: ການລົງທຶນໃສ່ພື້ນຖານໂຄງລ່າງ, ການເຊື່ອມໂຍງ, ກະສິກໍາ, ບັນຍາກາດທາງດ້ານການດຳເນີນທຸລະກິດ ແລະວຽກງານການເງິນຂອງລັດ
2). ລົງທຶນໃນການພັດທະນາຄົນເຊັ່ນ: ການແກ້ໄຂບັນຫາຂາດໂພຊະນາການ ແລະຄວາມບອບບາງຕໍ່ຄວາມສ່ຽງ, ການປັບປຸງການສຶກສາ ແລະການບໍລິການດ້ານສາທາລະນະສຸກ
3). ປົກປັກຮັກສາສິ່ງແວດລ້ອມເຊັ່ນ: ການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ແລະການຄຸ້ມຄອງຊັບພະຍາກອນທໍາມະຊາດ ແບບຍືນຍົງ
4).ຂົງເຂດທີ່ພົວພັນກັບຫຼາຍຂະແໜງການຄື: ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນເພື່ອສ້າງສະພາບແວດລ້ອມທີ່ອີງໃສ່ລະບຽບການ.
ຂອບການເປັນຄູ່ຮ່ວມດັ່ງກ່າວຈະສະໜອງການຊ່ວຍເຫຼືອດ້ານວິຊາການ ແລະການແລກປ່ຽນຄວາມຮູ້ ພ້ອມທັງສະໜອງທຶນ 1.920-2.160 ຕື້ກີບ ຫຼື ປະມານ 240-270 ລ້ານໂດລາ ເປັນເງິນກູ້ທີ່ ມີເງື່ອນໄຂຜ່ອນຜັນຈາກສະມາຄົມພັດທະນາສາກົນ (IDA), ທີ່ເປັນທຶນຂອງກຸ່ມທະນາຄານໂລກ ສໍາລັບປະເທດທີ່ທຸກຍາກກວ່າໝູ່, ທຶນດັ່ງກ່າວແມ່ນເພີ່ມເຕີມ ຈາກການສະໜອງທຶນທີ່ມີຢູ່ໃນປະຈຸບັນ ຈາກກຸ່ມທະນາຄານໂລກ ໃຫ້ແກ່ ສປປ ລາວ ໃນມູນຄ່າ 3.200 ຕື້ກີບ ຫຼື ປະມານ 400 ລ້ານໂດລາ, ອົງການການເງິນສາກົນ (IFC), ຊຶ່ງເປັນສະຖາບັນ ໜຶ່ງໃນກຸ່ມທະນາຄານໂລກທີ່ສະໜອງທຶນໃຫ້ແກ່ພາກເອກະຊົນ, ໄດ້ສະໜອງ ທຶນ 320 ຕື້ກີບ ຫຼື ປະມານ 40 ລ້ານໂດລາ ສໍາລັບໂຄງການລົງທຶນທີ່ພວມດໍາເນີນຢູ່ໃນປະຈຸບັນ ແລະໂຄງການຊ່ວຍເຫຼືອດ້ານວິຊາການ ນອກນັ້ນ ອົງການຄໍ້າປະກັນການລົງທຶນຫຼາຍຝ່າຍ (MIGA) ຂອງກຸ່ມທະນາຄານໂລກ ກໍຈະສືບຕໍ່ສະເໜີໃຫ້ການປະກັນຄວາມສ່ຽງທາງດ້ານການເມືອງແກ່ຜູ້ໃຫ້ກູ້ຢືມ ແລະຜູ້ລົງທຶນພາກເອກະຊົນ.
ທ່ານ ອູຣິກ ຊາຄາວ (Ulrich Zachau) ຜູ້ອໍານວຍການທະນາຄານໂລກ ສໍາລັບພາກພື້ນອາຊີຕາເວັນອອກສຽງໃຕ້ ກ່າວວ່າ: ສປປ ລາວ ໄດ້ບັນລຸການເຕີບ ໂຕສູງທາງດ້ານເສດຖະກິດ ແລະບັນລຸໝາກຜົນທາງດ້ານການ ພັດທະນາທີ່ສໍາຄັນ ເປັນຕົ້ນການຊົມໃຊ້ໄຟຟ້າຂອງຄົວເຮືອນໄດ້ເພີ່ມຂຶ້ນໄວ ຈາກ 15% ໃນປີ 1995 ເປັນ 90% ໃນປີ 2015, ອັດຕາສ່ວນການຕາຍຂອງແມ່ໄດ້ຫຼຸດລົງຈາກ 316 ຄົນ ໃນປີ 2009 ມາເປັນ 220 ຄົນຕໍ່ເດັກເກີດໃໝ່ 1 ແສນຄົນໃນປີ 2013 ແລະການປັບປຸງການເຂົ້າເຖິງພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ເສັ້ນທາງ, ຂົວ, ການສະໜອງນໍ້າໃຊ້ ແລະອື່ນໆໃຫ້ແກ່ປະຊາຊົນຢູ່ເຂດຊົນນະບົດໄດ້ບັນລຸເກືອບ 8 ແສນຄົນ ໃນໄລຍະ ແຕ່ປີ 2001 ຫາ 2015, ໃນປີ 2013 ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງ ອົງການການຄ້າໂລກ. ຜ່ານຂອບການ ເປັນຄູ່ຮ່ວມມືສະບັບໃໝ່ລະຫວ່າງ ສປປ ລາວ-ກຸ່ມທະນາຄານໂລກນີ້, ພວກເຮົາ ແນໃສ່ສະໜັບສະໜູນການຫັນປ່ຽນທີ່ ມີລັກສະນະຍຸດທະສາດສໍາຄັນໄປສູ່ການເຕີບໂຕສີຂຽວ ແລະມີຄວາມເຂັ້ມແຂງຫຼາຍກວ່າເກົ່າ”.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ແຫຼ່ງຂ່າວຈາກ: sedthakid.la, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment