ໃນຕອນເຊົ້າ ຂອງວັນທີ 29 ເມສາ 2017 ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມ ສຸດຍອດອາຊຽນຄັ້ງທີ 30 ພາຍໃຕ້ຄໍາຂວັນ: ‘ຮ່ວມມືເພື່ອການປ່ຽນແປງ, ຜູກຜັນກັບສາກົນ’ ໂດຍການເປັນເຈົ້າພາບ ແລະ ປະທານ ຂອງຟີລິບປິນ ຊຶ່ງມີບັນດາປະມຸກລັດ, ຫົວໜ້າລັດຖະບານປະເທດອາຊຽນ, ລັດຖະມົນຕີຕ່າງປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ພາຍຫລັງຈາກ ພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນຄັ້ງທີ 30 ແບບຄົບຄະນະ. ໃນນີ້ ຜູ້ນຳອາຊຽນໄດ້ປຶກສາຫາລື ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ກໍຄື ບັນດາແຜນແມ່ບົດສໍາລັບສາມເສົາຄ້ຳ ປະຊາຄົມອາຊຽນ, ແຜນວຽກຂໍ້ລິເລີ່ມເພື່ອການເຊື່ອມໂຍງ ອາຊຽນ ສະບັບທີ 3 ແລະ ແຜນແມ່ບົດເພື່ອການ ເຊື່ອມຈອດອາຊຽນ 2025 ຊຶ່ງເຫັນວ່າມີຄວາມຄືບຫນ້າ ແລະ ປຶກສາຫາລື ກ່ຽວກັບທິດທາງ ໃນຕໍ່ໜ້າ ເພື່ອຮັດແໜ້ນປະຊາຄົມອາຊຽນ ໂດຍໄດ້ຊຸກຍູ້ ໃຫ້ທຸກຂະແໜງການອາຊຽນ ສືບຕໍ່ຈັດຕັ້ງປະຕິບັດ ບັນດາແຜນແມ່ບົດ ແລະ ແຜນວຽກຂອງຕົນ ໃຫ້ສໍາເລັດ ແລະ ມີປະສິດທິພາບ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025.
ໃນໂອກາດກອງປະຊຸມຄັ້ງນີ້, ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາຜູ້ນໍາອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນ ແກ່ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ຜ່ານມາ ຊຶ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ຢໍ້າເຖິງການຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2025 ໂດຍສະເພາະການຮັດແຄບຄວາມແຕກໂຕນ ດ້ານການພັດທະນາ ແລະ ການເຊື່ອມຈອດອາຊຽນ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນວຽກ ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ຈັດຕັ້ງແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025. ທ່ານ ທອງລຸນ ສີສຸລິດ ຍັງໄດ້ແຈ້ງຕື່ມວ່າ ເພື່ອປະກອບສ່ວນ ເຂົ້າໃນການຮ່ວມມືແກ້ໄຂ ບັນຫາການຄ້າມະນຸດ, ສປປ ລາວ ໄດ້ໃຫ້ສັດຕະຍາບັນ ສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍສືບຕໍ່ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ແບບວົງແຄບ ຊຶ່ງບັນດາຜູ້ນໍາອາຊຽນ ໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຮ່ວມມືອາຊຽນ ກັບພາຍນອກ ແລະ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ຢູ່ຕາເວັນອອກກາງ, ແຫລມເກົາຫລີ, ການກໍ່ການຮ້າຍ, ວິກິດການຊາວອົບພະຍົບ, ທະເລຈີນໃຕ້ ແລະ ອື່ນໆ.
ພາຍຫລັງ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນອາຊຽນ ແບບວົງແຄບ, ທ່ານ ນາຍົກ ທອງລຸນ ສີສຸລິດ ກໍສືບຕໍ່ເຂົ້າຮ່ວມ ກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນ ກັບ ຕາງໜ້າສະມັດຊາລະຫວ່າງ ລັດຖະສະພາອາຊຽນ ແລະ ກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນ ກັບ ຕາງໜ້າຊາວໜຸ່ມອາຊຽນ.
ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຮ່ວມກັບບັນດາຜູ້ນໍາອາຊຽນ ລົງນາມ ໃນຖະແຫລງການຂອງຜູ້ນໍາອາຊຽນ ວ່າດ້ວຍບົດບາດຂອງລັດຖະກອນ ໃນການສົ່ງເສີມ ການບັນລຸວິໄສທັດ ປະຊາຄົມອາຊຽນ 2025. ໃນວັນດຽວກັນນັ້ນ, ທ່ານນາຍົກ ທອງລຸນ ສີສຸລິດ ກໍໄດ້ພົບປະສອງຝ່າຍກັບ ທ່ານ ໂຣດຣິໂກ ດູເຕີເຕ ຜູ້ນຳຟີລິບປິນ ເພື່ອປຶກສາຫາລື ກ່ຽວກັບການສົ່ງເສີມ ການຮ່ວມມືສອງຝ່າຍ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ແຫຼ່ງຂ່າວ: ຂປລ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment