ນັກບິນອາວຸໂສ ຖືກຍຶດໃບອະນຸຍາດທັນທີ ຫລັງຈາກມີຮູບຂອງລາວ ຂະນະນອນຫຼັບເທິງຍົນ ທີ່ລາວຄວນຈະບັງຄັບ.
ກັບຕັນຍົນຄົນໜຶ່ງ ໄດ້ສ້າງຄວາມສ່ຽງໃຫ້ກັບຊີວິດຂອງຜູ້ໂດຍສານທັງລຳ ຫຼັງປ່ອຍໃຫ້ນັກບິນເຝິກຫັດ ເຮັດການບັງຄັບຍົນແທນຕົນ ແລະ ຫຼັບໄປໃນຫ້ອງໂດຍສານຊັ້ນທຸລະກິດ.
ຕາມຂໍ້ກ່າວຫາ ກັບຕັນນອນຫຼັບໄປເປັນເວລາ 2 ຊົ່ວໂມງເຄິ່ງ ເທິງຖ້ຽວບິນ PK-785 ຈາກນະຄອນຫຼວງອິສລາມາບັດ ໄປຍັງນະຄອນຫຼວງລອນດອນ ຂອງສາຍການບິນ Pakistan International Airlines ເມື່ອວັນທີ 26 ເມສາທີ່ຜ່ານມາ ຜູ້ໂດຍສານຄົນໜຶ່ງໃນຖ້ຽວບິນນີ້ ລັກຖ່າຍຮູບດັ່ງກ່າວໄວ້ ແລະ ແຊຣ໌ລົງເທິງໂລກອອນໄລນ໌.
ກັບຕັນຄົນນີ້ ເຊິ່ງໃຈນັກບິນເຝິກຫັດ ແລະ ຮັບຜິດຊອບຊີວິດຂອງຜູ້ໂດຍສານຈຳນວນ 305 ຄົນ ຫຼັງຈາກນຳຍົນຂຶ້ນ ເຮັດໃຫ້ລາວຖືກປົດຈາກວຽກທັນທີ ແລະ ກຳລັງມີການດຳເນີນການສືບສວນ ຢ່າງເລັ່ງດ່ວນ ໂຕແທນສາຍການບິນໄດ້ອອກມາໃຫ້ຂໍ້ມູນ.
ກໍລະນີຕົວຢ່າງ ທີ່ສະແດງໃຫ້ເຫັນເຖິງຜົນຮ້າຍຂອງການປະໝາດນີ້ ເມື່ອເດືອນມິຖຸນາ 2009 ກັບຕັນສາຍການບິນ Air France ເຊິ່ງໄດ້ພັກຜ່ອນພຽງ 1 ຊົ່ວໂມງເທົ່ານັ້ນ ແລະ ປ່ອຍໃຫ້ນັກບິນລຸ່ນນ້ອງບັງຄັບຍົນແທນ.
ແລະ ຜົນຄືນັກບິນຜູ້ຊ່ວຍໄວ 32 ປີ ແລະ ນັກບິນເຝິກຫັດໄວ 37 ປີ ບໍ່ສາມາດຄວບຄຸມຍົນ Airbus A330 ຫຼັງພົບກັບພາຍຸ ຈົນເຮັດໃຫ້ຍົນຕົກໃນມະຫາສະໝຸດ ແລະ ກາຍເປັນເຫດການສຸດເສົ້າ ທີ່ຂ້າຊີວິດຜູ້ໂດຍສານ ທັງໝົດ 228 ຄົນ.
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
Comments
Post a Comment