ສຳນັກຂ່າວຕ່າງປະເທດ ລາຍງານຈາກປະເທດແທນຊາເນຍ ເມື່ອວັນທີ 7 ພຶດສະພາວ່າ ຊາລສ໌ ເອັມຄຸມໂບ ຜູ້ບັນຊາການຕຳຫຼວດຂອງແທນຊາເນຍ ເປີດເຜີຍວ່າ ຂໍ້ມູນເບື້ອງຕົ້ນລະບຸວ່າ ເກີດອຸບັດຕິເຫດລົດເມ ແລ່ນດ້ວຍຄວາມໄວ ຕົກລົງເຫວຂ້າງທາງ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມ 32 ສົບ ໃນຈຳນວນນີ້ສ່ວນຫຼາຍເປັນເດັກນັກຮຽນປະຖົມ, ທີ່ເຫຼືອອີກ 2 ເປັນສົບຄູ ແລະ ອີກ 1 ເປັນສົບຄົນຂັບລົດ. ເຈົ້າໜ້າທີ່ເຊື່ອວ່າສາເຫດມາຈາກການຂັບລົດໄວ ໂດຍເຫດເກີດເມື່ອຕອນເຊົ້າຂອງວັນເສົາທີ່ຜ່ານມາ ເຊິ່ງຈຸດໝາຍທີ່ເດັກນັກຮຽນຕ້ອງໄປແມ່ນໂຮງຮຽນ ລັກກີ້ ວິນເຊັນຕ໌ ເຊິ່ງເດັກເຫຼົ່ານີ້ຕ້ອງໄປເສັງທ້າຍພາກ ກ່ອນທີ່ຈະຮຽນຈົບຊັ້ນປະຖົມ.
ດ້ານປະທານາທິບໍດີ ຈອນ ມາກຸຟູລິ ຂອງແທນຊາເນຍ ສົ່ງສານສະແດງຄວາມເສຍໃຈ ໄປຍັງຄອບຄົວຂອງຜູ້ເສຍຊີວິດ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment