ໄຟໄໝ້ທີ່ "ຕະຫຼາດວິທະຍາເຂດດົງໂດກ" ເສຍຫາຍຫຼາຍກວ່າ 373 ຕື້ກີບ ພ້ອມສາເຫດຂອງໄຟໄໝ້!!


ຜົນເສຍຫາຍຂອງ ເຫດໄຟໄໝ້ ທີ່ຕະຫຼາດ ວິທະຍາເຂດດົງໂດກ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃນເຊົ້າວັນທີ 06 ພຶດສະພາ 2017 ທີ່ຜ່ານມາໄດ້ສ້າງຄວາມເສຍຫາຍໜັກ.

ຕາມການລາຍງານຂອງ ພະແນກການຄ້າເມືອງໄຊທານີ້ ໄຟເລີ່ມລຸກໄໝ້ ປະມານ 3:30 ໄດ້ສ້າງຄວາມເສຍຫາຍ ແກ່ຮ້ານຂາຍເຄື່ອງ 158 ຮ້ານ ແລະ ໂຕະຂາຍເຄື່ອງອີກ 15 ໂຕະ. ມູນຄ່າຄວາມເສຍຫາຍເບື້ອງຕົ້ນ ປະເມີນຖືກປະມານ 373 ຕື້ກີບ.  ຕະຫຼາດແຫ່ງນີ້ ປະກອບມີ 4 ສ່ວນ ຖືວ່າຖືກໄຟໄໝ້ເສຍຫາຍ ຈາກອັກຄີໄພຄັ້ງນີ້ 3 ສ່ວນ.
 
ຕົ້ນເຫດຂອງອັກຄີໄພ ແມ່ນເລີ່ມຈາກຕູ້ຮ້ານຕີຄຳ ແລ້ວລາມໄປທົ່ວຕະຫຼາດ. ການດັບເພີງໄດ້ພະຍາຍາມໃຊ້ລົດ 7 ຄັນ ເປັນເວລາ 2 ຊົ່ວໂມງໄຟຈິ່ງດັບລົງ. 
 
ທາງພະແນກການຄ້າຂອງເມືອງໄຊທານີ້ ແມ່ນກຳລັງຫາຊ່ອງທາງ ເພື່ອຊ່ວຍພໍ່ຄ້າຊາວຂາຍ ທີ່ເຄາະຮ້າຍໃນຄັ້ງນີ້.
 




າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: Vientiane Times, ໂທລະໂຄ່ງ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments