"ເອັມມານູເອລ ມາຄຣົງ" ຊະນະການເລືອກຕັ້ງ "ປະທານາທິບໍດີຝຣັ່ງ" ໂດຍອາຍຸນ້ອຍທີ່ສຸດ ພຽງ 39 ປີ

 
ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງປາຣີສ ປະເທດຝຣັ່ງ ເມື່ອວັນທີ 8 ພຶດສະພາວ່າ ການເລືອກຕັ້ງຮອບສອງ ຊິງຕຳແໜ່ງປະທານາທິບໍດີຝຣັ່ງ ເມື່ອວັນອາທິດທີ່ຜ່ານມາ ລະຫວ່າງເອັມມານູເອລ ມາຄຣົງ ໄວ 39 ປີ ກັບ ນາງ ມາຣີນ ເລີ ແປນ ໄວ 48 ປີ ຫຼັງການເລືອກຕັ້ງຮອບທຳອິດ ເມື່ອວັນທີ 23 ເມສາທີ່ຜ່ານມາ ທັງສອງໄດ້ຮັບຄະແນນ ສູງສຸດ 2 ອັນດັບທຳອິດ.

ກະຊວງພາຍໃນ ຂອງຝຣັ່ງແຈ້ງການວ່າ ການເລືອກຕັ້ງປະທານາທິບໍດີ ຮອບສອງ ເມື່ອວັນອາທິດທີ່ຜ່ານມານັ້ນ ມີປະຊາຊົນອອກມາໃຊ້ສິດ 65.3% ຖືວ່າໜ້ອຍທີ່ສຸດ ເມື່ອທຽບກັບການເລືອກຕັ້ງປະທານາທິບໍດີ 3 ເທື່ອທີ່ຜ່ານມາ.

ຜົນການນັບຄະແນນຢ່າງບໍ່ເປັນທາງການ ຫຼັງການປິດກ່ອງເລືອກຕັ້ງ ປາກົດວ່າ ມາຄຣົງ ໄດ້ຄະແນນສຽງ 65.5-66.1% ຂະນະທີ່ນາງ ເລີ ແປນ ໄດ້ຄະແນນທີ່ 33.9-34.5% ດັ່ງນັ້ນ, ຈຶ່ງຖືໄດ້ວ່າເປັນໄຊຊະນະຂອງ ມາຄຣົງ ຢ່າງຂາດລອຍ ທີ່ໄດ້ເປັນປະທານາທິບໍດີຝຣັ່ງ ທີ່ມີອາຍຸນ້ອຍທີ່ສຸດ ໃນໄວພຽງ 39 ປີເທົ່ານັ້ນ.

ນາງ ມາຣີນ ເລີ ແປນ ໄດ້ປະກາດຍອມຮັບຄວາມຜ່າຍແພ້ ແລະ ຍັງອວຍພອນໃຫ້ ວ່າທີ່ປະທານາທິບໍດີຝຣັ່ງ ຈົ່ງປະສົບຜົນສຳເລັດໃນພາລະກິດອັນທ້າທາຍ ທີ່ຖ້າຢູ່ຂ້າງໜ້າ. ສ່ວນດ້ານ ມາຄຣົງກ່າວວ່າ ໄຊຊະນະ ຈາກການເລືອກຕັ້ງ ເມື່ອວັນທິດທີ່ຜ່ານມາ ສະທ້ອນໃຫ້ເຫັນເຖິງຄວາມຫວັງ ແລະ ບົດບາດໃໝ່ຂອງຝຣັ່ງ.



າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments