ນະຄອນຫຼວງມາແຮງ ຕິດອັນດັບໜຶ່ງ 4 ວິຊາ! ຫຼວງພະບາງ 2 ວິຊາ ສອບເສັງນັກຮຽນເກັ່ງທົ່ວປະເທດ ມໍຕົ້ນ ແລະ ມໍປາຍ



ການສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມຕົ້ນ ແລະ ຊັ້ນມັດທະຍົມປາຍທົ່ວປະເທດປະຈໍາສົກຮຽນ 2016-2017 ໄດ້ດໍາເນີນຢ່າງເຂັ້ມຂຸ້ນ ໃນລະຫວ່າງວັນທີ 25-28 ເມສາ 2017 ຊຶ່ງຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ, ມາເຖິງວັນທີ 28 ເມສາ 2017 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ຊຶ່ງມີນັກສອບເສັງເຂົ້າຮ່ວມທັງໝົດ 142 ຄົນ ຍິງ 52 ຄົນ ໃນນັ້ນ ຂັ້ນ ມ.4 ມີ 72 ຄົນ, ຍິງ 29 ຄົນ ແລະຂັ້ນ ມ.7 ມີ 70 ຄົນ, ຍິງ 28 ຄົນ.

ຜົນການສອບເສັງຂັ້ນ ມ.7 ໃນສົກຮຽນ 2016-2017, ໂຮງຮຽນ ມສ ສັນຕິພາບແຂວງຫຼວງພະບາງ ຖືວ່າມາແຮງໃນປີນີ້ມີນ້ອງນັກຮຽນເສັງຕິດອັນດັບ 1 ເຖິງ 2 ວິຊາ ໃນນີ້ ວິຊາຄະນິດສາດ ທ້າວ ພອນແກ້ວ ເຊັງມີຢາລີຊົ່ງ ແລະວິຊາເຄມີສາດ ທ້າວ ປໍທໍ່ ຈ້າລີ, ສ່ວນວິຊາພາສາລາວ-ວັນນະຄະດີແມ່ນນາງ ໄໝ ໂພໄຊຍະວົງ ຈາກໂຮງຮຽນ ມສ ທົ່ງແສນ ເມືອງເກີດ ແຂວງບໍລິຄຳໄຊ ແລະວິຊາຟີຊິກສາດ ທ້າວ ມົວ ຊົງ ຈາກໂຮງຮຽນ ມສ ໄຊຍະບູລີ ແຂວງໄຊຍະບູລີ.

ສ່ວນອັນດັບທີ 2 ວິຊາຄະນິດສາດ ທ້າວ ແສງຕາເວັນ ວີຣະຖາວອນຣາຊ ຈາກໂຮງຮຽນ ມສ ພອນສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ພາສາລາວ-ວັນນະຄະດີ ນາງ ເກດສຸດາ ໂຮງຮຽນ ມສ ລາວ-ຫວຽດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ຟີຊິກສາດ ທ້າວ ພອນໄຊ ໄຟປະດິດ ໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ ແລະວິຊາ ເຄມີສາດ ທ້າວ ລີມີຟົງ ນາມວົງສາ ໂຮງຮຽນ ມສ ເທສະບານ ແຂວງຫຼວງນ້ຳທາ. ອັນດັບທີ 3 ວິຊາຄະນິດສາດ ທ້າວ ເດດອາທອນ ສຸລິຍະວົງສາ ຈາກໂຮງຮຽນ ມສ ອົງແກ້ວ ແຂວງສາລະວັນ, ພາສາລາວ-ວັນນະຄະດີ ນາງຍົມມະລາ ທັນທະນາໂຮງຮຽນ ມສ ໜອງແຕ້ ເມືອງຈຳສັກ ແຂວງຈຳປາສັກ, ຟີຊິກສາດ ທ້າວ ດາວພະອິນ ຈັນທະວົງ ມສ ໂພນໝີ ເມືອງວຽງຄຳ ແຂວງວຽງຈັນ ແລະວິຊາເຄມີສາດ ທ້າວ ປໍຊົ່ງ ຕົ່ງເຊັ່ງຊົ່ງ (ມົ້ງ) ໂຮງຮຽນ ມສ ຊົນເຜົ່າ ເມືອງວັງ ວຽງແຂວງວຽງຈັນ.

ສໍາລັບຜົນການສອບເສັງ ຂັ້ນ ມ.4 ໄດ້ອັນດັບທີ 1 ວິຊາຄະນິດສາດ ທ້າວ ອານັດຊະຢາ ພົງສະຫວັດ, ພາສາລາວ-ວັນນະຄະດີ ນາງ ທັດສະພອນ ເຂັມຄຳ ທັງ 2 ແມ່ນມາຈາກໂຮງຮຽນ ມຕ ສິນໄຊ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ຟີຊິກສາດ ນາງສຸພາພອນ ທຳມະວົງສາ ຈາກໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ ແລະວິຊາເຄມີສາດ ນາງ ດາວສະຫວັນ ເຫງົ້າພາສີ ໂຮງຮຽນ ມຕ ປາດຖະໜາ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.

ອັນດັບທີ 2 ວິຊາຄະນິດສາດ ທ້າວ ຕີ ຫຼີ ທໍ່ ມາຈາກ ມສ ສີບຸນເຮືອງ ເມືອງແປກ ແຂວງຊຽງຂວາງ, ພາສາລາວ-ວັນນະຄະດີ ນາງ ແກ້ວມຸກດາ ພູມສະຫວັດ ຈາກໂຮງຮຽນມສ ໂພນໄຊ ເມືອງປາກເຊ ແຂວງ ຈຳປາສັກ, ຟີຊິກສາດ ທ້າວ ງຽງຄຳ ສີມະເມີ ໂຮງຮຽນ ມສ ນ້ຳປະປາ ເມືອງຊານໄຊ ແຂວງ ອັດຕາປື ແລະວິຊາເຄມີສາດ ທ້າວ ຂັນທະລີ ລາຊະວົງ ໂຮງຮຽນ ມສ ພັນລາ ເມທອງ ຊຳເໜືອ ແຂວງຫົວພັນ. ອັນດັບທີ 3 ວິຊາຟີຊິກສາດ ທ້າວ ຫວາຊົ່ງ ຈົ່ງດົວ ໂຮງຮຽນ ມສ ສາມສຸກ ເມືອງວຽງຄຳ ແຂວງຫຼວງພະບາງ ແລະເຄມີສາດ ນາງ ທັກສະພອນ ກິລາທອງ ໂຮງຮຽນ ມສ ຫົວສຽວ ເມືອງປາກເຊ ແຂວງຈຳປາສັກ.

ສ່ວນການແຂ່ງຂັນຖາມ-ຕອບວິທະຍາສາດ ແລະຄວາມຮູ້ຮອບຕົວອັນດັບທີ 1 ແມ່ນຈາກແຂວງຫຼວງນ້ຳທາ, ອັນດັບ ທີ 2 ຈາກ ນະຄອນຫຼວງວຽງຈັນ, ອັນດັບທີ 3 ຈາກແຂວງ ໄຊສົມບູນ ແລະໄດ້ຮັບລາງວັນຊົມເຊີຍແມ່ນແຂວງຫົວພັນ. ພິທີມອບໃບຍ້ອງຍໍ ແລະຂອງຂວັນລາງວັນ ໃຫ້ແກ່ນັກສອບເສັງໃນຄັ້ງນີ້ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ມະຫາວິທະຍາໄລແຫ່ງຊາດ ໂດຍມີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ມີບັນດາທ່ານຄະນະບໍດີ ຫົວໜ້າກົມ ບັນດາ ທ່ານຈາກຫ້າງຮ້ານບໍລິສັດ ທັງພາກລັດ-ເອກະຊົນ ທີ່ໃຫ້ການສະໜັບສະໜູນ ພະນັກງານຄູ-ອາຈານ ພໍ່ແມ່ຜູ້ປົກຄອງຍາດ ມິດເຂົ້າຮ່ວມສະແດງຄວາມຍິນດີ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments