ພຽງ 4 ເດືອນຕົ້ນປີ! ມູນຄ່າການຄ້າ ຈີນ-ລັດເຊຍ ບັນລຸ 24 ຕື້ກວ່າໂດລາ "ເພີ່ມຂຶ້ນຫຼາຍກວ່າປີຜ່ານມາ"


ສຳນັກ​ຂ່າວຕ່າ​ງປະ​ເທດລາຍງານວັນທີ 8 ພຶດສະພາວ່າ ເຈົ້າໜ້າທ່ີຈີນ ໃຫ້ຮູ້ວ່າ ໃນໄລຍະ 4 ເດືອນຕົ້ນປີ, ມູນຄ່າການຄ້າ ລະຫວ່າງ ຈີນ-ລັດເຊຍ ບັນລຸເຖິງ 24,73 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 26,2% ເມື່ອທຽບໃສ່ປີຜ່ານມາ ໂດຍສະເພະ ການສົ່ງອອກ ສິນຄ້າຈາກຈີນ ໄປຍັງລັດເຊຍ ລວມມີ 11,65 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 22%. ສ່ວນການນຳເຂົ້າ ສິນຄ້າຈາກ ລັດເຊຍ ບັນລຸ 13 ກວ່າຕື້ໂດລາສະຫະລັດ, ເພີ່ມຂຶ້ນ 30,1% ເມື່ອທຽບໃສ່ຜ່ານມາ.

ໃນນັ້ນ ເດືອນເມສາຜ່ານມາ, ການແລກປ່ຽນການຄ້າ ລະຫວ່າງ ສອງຝ່າຍ ບັນລຸ 6,6 ຕື້ໂດລາສະຫະລັດ. ຂະນະດຽວກັນນັ້ນ, ລັດເຊຍ ນຳເຂົ້າສິນຄ້າ ລວມມີ 3,22 ຕື້ໂດລາສະຫະລັດ ແລະ ສົ່ງອອກໄປຈີນ ບັນລຸ 3,38 ຕື້ໂດລາສະຫະລັດ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: KPL, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
 
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments