ລັດຖະບານທຣັມ ຫາທາງຊ່ວຍ "4 ຊາວອາເມຣິກາ ທີ່ເກົາຫຼີເໜືອຈັບ" "ດ້ານເກົາຫຼີເໜືອເປີດເຜີຍ ຈັບຄົນທີ່ CIA ແລະ ເກົາຫຼີໃຕ້ ຈ້າງໃຫ້ລອບສັງຫານ ຄິມ ຈອງ ອຶນ ໄດ້!!!"



ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດອາເມຣິກາ ເມື່ອວັນທີ 8 ພຶດສະພາວ່າ ຈອຊ ເອີເນສຕ໌ ໂຄສົກທຳນຽບຂາວ ກ່າວໃນຊ່ວງໜຶ່ງຂອງຖະແຫຼງການເມື່ອວັນຈັນວ່າ ກະຊວງການຕ່າງປະເທດ ໄດ້ປະສານງານຢ່າງໃຫ້ຊິດ ແລະ ຕໍ່ເນື່ອງ ກັບສະຖານທູດປະຈຳກຸງປຽງຢາງ ໃນການເບິ່ງແຍງປະຊາຊົນອາເມຣິກາ ໃນເກົາຫຼີເໜືອ ໃນການໃຫ້ຄວາມຊ່ວຍເຫຼືອ ຊາວອາເມຣິກາ 4 ຄົນ ທີ່ຖືກລັດຖະບານເກົາຫຼີເໜືອຈັບກຸມໂຕຢູ່ ໂດຍເອີເນສຕ໌ຢືນຢັນວ່າ ປະທານາທິບໍດີ ໂດນັລດ໌ ທຣັມ ບໍ່ເຄີຍນິ້ງນອນໃຈ ຕໍ່ກັບບັນຫາດັ່ງກ່າວ ແລະ ຈະພະຍາຍາມເຖິງທີ່ສຸດ ໃນການໃຫ້ຄວາມຊ່ວຍເຫຼືອພົນລະເມືອງ ທັງ 4 ຄົນ.

ທັງນີ້ ສຳນັກຂ່າວກາງເກົາຫຼີ KCNA ລາຍງານເມື່ອຊ່ວງທ້າຍອາທິດທີ່ຜ່ານມາ ຢືນຢັນການຈັບກຸມ ຄິມ ຮັກ-ຊອງ ພົນລະເມືອງອາເມຣິກາ ເຊື້ອສາຍເກົາຫຼີ ເຊິ່ງເປັນນັກວິຊາການປະຈຳ ມະຫາວິທະຍາໄລ ເທັກໂນໂລຢີ ແລະ ວິທະຍາສາດ ປຽງຢາງ ຖານຕ້ອງສົງໄສ "ກະທຳການປໍລະປັກ" ຕໍ່ລັດຖະບານເກົາຫຼີເໜືອ ແລະ ຖື ເປັນຊາວອາເມຣິກາຄົນທີ່ 4 ທີ່ຖືກເກົາຫຼີເໜືອຈັບ ສ່ວນ 3 ຄົນທີ່ເຫຼືອມີ: ອອຕໂຕ ວອມເບຍ ແລະ ຄິມ ດອງ-ຊອລ ທີ່ໄດ້ຮັບໂທດໃຫ້ໃຊ້ແຮງງານໜັກ 15 ປີ ແລະ 10 ປີຕາມລຳດັບ ແລະ ຄິມ ຊັງ-ດຸ໊ກ ເຊິ່ງເປັນອາຈານບ່ອນດຽວກັນກັບ ຄິມ ຮັກ-ຊອງ.

ນອກຈາກນີ້ KCNA ຍັງລາຍງານກ່ຽວກັບຊາຍຊາວເກົາຫຼີເໜືອຄົນໜຶ່ງ ທີ່ເປີດເຜີຍຊື່ວ່າ "ຄິມ" ຖືກຈັບເມື່ອທ້າຍເດືອນກ່ອນ ເພາະກຽມໃຊ້ອາວຸດເຄມີຊີວະພາບ ໃນການລອບສັງຫານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງປະເທດ ໂດຍການຈ້າງຈາກ CIA ຂອງອາເມຣິກາ ແລະ ສຳນັກງານຄວາມໝັ້ນຄົງແຫ່ງຊາດ ເກົາຫຼີໃຕ້.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments