ລັດຖະບານລາວ ກູ້ຈາກເກົາຫຼີໃຕ້ "4 ຮ້ອຍຕື້ກວ່າກີບ" ພັດທະນາແຄມຂອງ ເມືອງປາກເຊ



ລັດຖະບານລາວກູ້ຢືມເງິນ ເກົາຫຼີໃຕ້ ຫຼື ສ. ເກົາຫຼີ 53 ລ້ານກວ່າໂດລາສະຫະລັດ ຫຼື ປະມານ 424 ຕື້ກີບ ແລະ ທຶນສົມທົບພາຍໃນຕື່ມອີກ 12 ລ້ານກວ່າໂດລາສະຫະລັດ ເພື່ອມານຳໃຊ້ເຂົ້າໃນໂຄງການພັດທະນາແຄມຂອງ ຢູ່ເມືອງປາກເຊ ແຂວງຈຳປາສັກ.

ພິທີເຊັນສັນຍາໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນ 29 ເມສາ 2017 ທີ່ ໂຮງແຮມຈຳປາສັກແກຣນແຂວງຈຳປາສັກ ລະຫວ່າງ ພະແນກໂຍທາທິການ ແລະຂົນສົ່ງແຂວງຈຳປາສັກ (ຍທຂ) ເຈົ້າຂອງໂຄງການ ກັບ ບໍລິສັດ ຮານຊິນ ແຫ່ງ ສ. ເກົາຫຼີ ຜູ້ຮັບເໝົາກໍ່ສ້າງ ໂດຍມີທ່ານ ສຸກຂະເສີມ ປາກດີມະນີວົງ ຫົວໜ້າພະແນກ ຍທຂ ແຂວງຈຳປາສັກ ແລະທ່ານ ລີຈອງລິນ ຮອງປະທານບໍລິ ສັດ ຮານຊິນ ສ. ເກົາຫຼີ ຮ່ວມລົງນາມ ເຊັນສັນຍາ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍມີທ່ານ ສອນໄຊ ສີພັນດອນ ຮອງ ນາຍົກລັດຖະມົນຕີ, ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ, ທ່ານ ຢຸນຄັງ ຮອນ ເອກອັກຄາລັດຖະທູດ ສ. ເກົາຫຼີ ປະຈຳລາວ, ທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ, ມີຫົວໜ້າກົມທີ່ກ່ຽວຂ້ອງ ພ້ອມດ້ວຍຕາງໜ້າອຳນາດການປົກຄອງທ້ອງຖິ່ນ ແລະຂະແໜງການຕ່າງໆເຂົ້າຮ່ວມ.

ທ່ານ ຄຳສ້ອຍ ປະທຸມທອງ ຮອງຫົວ ໜ້າພະແນກ ຍທຂ ແຂວງຈຳປາສັກ ລາຍງານວ່າ: ໂຄງການພັດທະນາແຄມ ຂອງແຂວງຈຳປາສັກ ມີມູນຄ່າການລົງທຶນ ທັງໝົດ 65.653.000 ໂດລາສະຫະລັດ. ໃນນັ້ນມີທຶນກູ້ຢືມຈາກ ສ. ເກົາຫຼີ 53.058.000 ໂດລາສະຫະລັດ, ເງິນພາຍໃນສົມທົບ 12.595.000 ໂດລາສະຫະລັດ. ຊຶ່ງປະກອບມີໜ້າວຽກຕ່າງໆດັ່ງນີ້: ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະຄູປ້ອງກັນນ້ຳຖ້ວມມີຄວາມຍາວ ທັງໝົດ 17,4 ກິໂລແມັດ. ໃນນັ້ນ ຢູ່ຂອບເຂດເມືອງປາກເຊ ແຕ່ຂົວຂ້າມນ້ຳຂອງຫາ ປາກແມ່ນ້ຳເຊໂດນ 4,8 ກິໂລແມັດ, ແຕ່ປາກນ້ຳເຊໂດນຫາປາກຫ້ວຍແຫ່ 5,8 ກິໂລແມັດ, ແຕ່ປາກນ້ໍາເຊໂດນຫາ ຂົວລັດເຊຍ 2,4 ກິໂລແມັດ, ຢູ່ແຄມຂອງຝັ່ງເມືອງໂພນທອງມີຄວາມຍາວ 4,4 ກິໂລແມັດ, ສ້າງສວນສາທາລະນະຝັ່ງປາກເຊ 9,5 ເຮັກຕາ ແລະຝັ່ງໂພນທອງ 0,6 ເຮັກຕາ, ກໍ່ສ້າງທາງຍົກລະດັບເພື່ອ ປ້ອງກັນນ້ຳຖ້ວມເມືອງປາກເຊ 2,9 ກິ ໂລແມັດ ແລະກໍ່ສ້າງລະບົບລະບາຍນ້ຳ 15 ແຫ່ງ. ໂດຍມີໄລຍະການກໍ່ສ້າງແຕ່ນີ້ ຮອດປີ 2021 ໃຫ້ສຳເລັດ ແລະຄາດວ່າຈະເລີ່ມລົງມືໃນເດືອນມີຖຸນານີ້.

ຈຸດປະສົງຂອງໂຄງການກໍ່ສ້າງຄູນ້ຳ ແລະຕາຝັ່ງເຈື່ອນ ເພື່ອປ້ອງກັນຄວາມເສຍຫາຍຈາກນ້ຳຖ້ວມ ທັງເປັນການສ້າງພື້ນຖານໂຄງລ່າງການທ່ອງທ່ຽວ ເພື່ອສົ່ງເສີມອຸດສາຫະກຳການທ່ອງທ່ຽວ ແລະເປັນບ່ອນພັກຜ່ອນຮັກສາສຸຂະພາບ, ປັບປຸງຄຸນນະພາບຊີວິດ, ສ້າງລາຍຮັບເພີ່ມຂຶ້ນ ແນໃສ່ລົບລ້າງຄວາມທຸກຍາກໂຄງການປະຈຸບັນແມ່ນໄດ້ຜ່ານຂະບວນການສຳຫຼວດ ແລະນຳສະເໜີຕໍ່ລັດຖະບານມາຫຼາຍຂັ້ນຕອນ ຊຶ່ງໄດ້ດຳເນີນການສຳຫຼວດນັບແຕ່ທ້າຍປີ 2010 ຈົນ ເຖິງປະຈຸບັນ ຈິ່ງໄດ້ຮັບການຈັດຕັ້ງປະຕິບັດໂຄງການຕົວຈິງດັ່ງກ່າວ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຂອບໃຈແຫຼ່ງຂ່າວຈາກ: sedthakid.la, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments