ແນ່ໃສ່ຂະຫຍາຍວຽກງານ ກວດສອບເຂົ້າສູ່ລວງເລິກ ແລະສອດຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດ, ມະຕິຄໍາສັ່ງ ແລະກົດໝາຍຂອງລັດດ້ວຍການ ຫັນເປັນແຜນການ, ແຜນງານ ແລະໂຄງການ ຊຶ່ງອົງການກວດສອບແຫ່ງລັດຕ້ອງການງົບປະມານ 450 ຕື້ກີບ ເພື່ອພັດທະນາ 5 ປີ ຕໍ່ໜ້າ.
ຕາມການລາຍງານຂອງ ທ່ານນາງ ວຽງທອງ ສີພັນດອນ
ປະທານອົງການກວດສອບແຫ່ງລັດ ໃນກອງປະຊຸມສະໄໝສາມັນເທື່ອທີ 3
ຂອງສະພາແຫ່ງຊາດຊຸດທີ VIII ບໍ່ດົນມານີ້ໃຫ້ຮູ້ວ່າ:
ທິດທາງແຜນການເຄື່ອນໄຫວວຽກງານກວດສອບແຫ່ງລັດ 5 ປີຕໍ່ໜ້າ (2017-2021)
ອົງກວດສອບແຫ່ງລັດຕ້ອງການງົບປະມານ 450 ຕື້ກີບ ເຂົ້າໃນການເຄື່ອນໄຫວວຽກງານ
ວິຊາສະເພາະກວດສອບຄື: ໜຶ່ງກວດສອບໃຫ້ຄົບຖ້ວນ
ແລະທົ່ວເຖິງອົງການຈັດຕັ້ງລັດຂັ້ນສູນກາງ, ບັນດາກະຊວງ, ຂະແໜງການ,
ຫົວໜ່ວຍທຸລະກິດ, ທະນາຄານ, ໂຄງການເງິນກູ້ ແລະຊ່ວຍເຫຼືອລ້າຈາກຕ່າງ
ປະເທດໃຫ້ສໍາເລັດ 590 ເປົ້າໝາຍ; ສອງ:
ກວດສອບລາຍຮັບ-ລາຍຈ່າຍດ້ານງົບປະມານແຫ່ງລັດ, ກວດສອບປະສິດທິພາບ, ປະສິດທິຜົນການ
ເຄື່ອນໄຫວຂອງທະນາຄານ ແລະທຸລະກິດຂອງລັດ; ກວດສອບບັນດາຄາດໝາຍເສດຖະກິດມະຫາພາກ,
ຫົວຂໍ້ສະເພາະໃນການພັດທະນາເສດ ຖະກິດ-ສັງຄົມ; ສາມ: ໃນ 5 ປີຕໍ່ໜ້າ
ໃຫ້ສາມາດດໍາເນີນການກວດສອບ ໃນການເຊື່ອມຕໍ່ຂໍ້ມູນທາງດ້ານການບັນຊີການເງິນ
ກັບກະຊວງການເງິນກວດສອບ E-Audit; ສີ່: ສ້າງນັກກວດສອບໃຫ້ມີຄຸນນະພາບ
ດ້ວຍການພັດທະນາ ຫຼັກສູດການຮຽນ-ການສອນ ໃຫ້ພະນັກງານແຕ່ລະຂັ້ນ: ຂັ້ນພະແນກ,
ພະນັກງານວິຊາການ ແລະພະນັກງານຝຶກງານ 95%,
ສໍາເລັດການສ້າງຫຼັກສູດເສັງເອົາຂັ້ນນັກກວດສອບຂັ້ນ 1 ຮອດຂັ້ນ 4; ຫ້າ: ສ້າງ
ແລະປັບປຸງນິຕິກໍາລຸ່ມກົດໝາຍໃຫ້ສໍາເລັດ ແລະຄົບຖ້ວນ.
ນອກຈາກນີ້ ຍັງເພີ່ມທະວີການ ພົວພັນຮ່ວມມືແລກປ່ຽນຄະນະຜູ້ແທນຂັ້ນສູງ ກັບອົງການກວດສອບແຫ່ງລັດ ປະເທດເພື່ອນມິດຍຸດທະສາດ, ສາກົນ ແລະພາກພື້ນເພື່ອຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານທຶນຮອນ ແລະວິຊາການຕາມ ຫຼັກການພົວພັນຕ່າງປະເທດຂອງພັກ ແລະລັດດັ່ງນັ້ນເພື່ອເຮັດໃຫ້ແຜນການກວດສອບໃນ 5 ປີຕໍ່ໜ້າ 2017-2021 ບັນລຸໄດ້ເປົ້າ ໝາຍຢ່າງມີປະສິດທິພາບ, ອົງການກວດສອບແຫ່ງລັດມີຄວາມ ຕ້ອງການງົບປະທັງໝົດປະມານ 450 ຕື້ກີບ ເຂົ້າໃນການເຄື່ອນໄຫວວຽກງານກວດສອບ, ຈັດຊື້ອຸປະກອນຮັບໃຊ້ ແລະກໍ່ສ້າງພື້ນຖານໂຄງລ່າງ.
ທັງນີ້ ກໍ່ເພື່ອພັດທະນາວຽກງານກວດສອບໃຫ້ມີຄຸນນະພາບ, ເຂັ້ມແຂງ, ເປັນລະບົບ ແລະສອດຄ່ອງ ກັບພື້ນຖານໂຄງລ່າງຕາມ ແນວທາງປ່ຽນແປງໃໝ່ເພື່ອຫັນເປັນອຸດສາຫະກຳ ແລະທັນສະໄໝ, ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນເທື່ອລະກ້າວ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^ນອກຈາກນີ້ ຍັງເພີ່ມທະວີການ ພົວພັນຮ່ວມມືແລກປ່ຽນຄະນະຜູ້ແທນຂັ້ນສູງ ກັບອົງການກວດສອບແຫ່ງລັດ ປະເທດເພື່ອນມິດຍຸດທະສາດ, ສາກົນ ແລະພາກພື້ນເພື່ອຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານທຶນຮອນ ແລະວິຊາການຕາມ ຫຼັກການພົວພັນຕ່າງປະເທດຂອງພັກ ແລະລັດດັ່ງນັ້ນເພື່ອເຮັດໃຫ້ແຜນການກວດສອບໃນ 5 ປີຕໍ່ໜ້າ 2017-2021 ບັນລຸໄດ້ເປົ້າ ໝາຍຢ່າງມີປະສິດທິພາບ, ອົງການກວດສອບແຫ່ງລັດມີຄວາມ ຕ້ອງການງົບປະທັງໝົດປະມານ 450 ຕື້ກີບ ເຂົ້າໃນການເຄື່ອນໄຫວວຽກງານກວດສອບ, ຈັດຊື້ອຸປະກອນຮັບໃຊ້ ແລະກໍ່ສ້າງພື້ນຖານໂຄງລ່າງ.
ທັງນີ້ ກໍ່ເພື່ອພັດທະນາວຽກງານກວດສອບໃຫ້ມີຄຸນນະພາບ, ເຂັ້ມແຂງ, ເປັນລະບົບ ແລະສອດຄ່ອງ ກັບພື້ນຖານໂຄງລ່າງຕາມ ແນວທາງປ່ຽນແປງໃໝ່ເພື່ອຫັນເປັນອຸດສາຫະກຳ ແລະທັນສະໄໝ, ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນເທື່ອລະກ້າວ.
ຂອບໃຈແຫຼ່ງຂ່າວຈາກ: sedthakid.la, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
Comments
Post a Comment