5 ອັນດັບຄາຕະກອນຕໍ່ເນື່ອງ ທີ່ຂ້າຄົນຫຼາຍທີ່ສຸດ ໃນປະຫວັດສາດ !!!



ຈິດໃຈມະນຸດນັ້ນ ກໍ່ລ້ວນມີທັງດ້ານບວກ ແລະ ດ້ານລົບກັນໝົດທຸກຄົນ ຢູ່ທີ່ວ່າຜູ້ໃດຈະສະແດງດ້ານໃດອອກມາ ຫຼາຍ ຫຼື ໜ້ອຍ ເຊິ່ງຄົນທີ່ສະແດງດ້ານລົບອອກມາຫຼາຍ ຈົນຮອດຂັ້ນທີ່ສັງຫານມະນຸດດ້ວຍກັນ ເຮົາຈະເອີ້ນຜູ້ຄົນພວກນີ້ວ່າ “ຄາຕະກອນ” ເຊິ່ງເປັນບຸກຄົນທີ່ມີໄພຕໍ່ສັງຄົມ. ບົດຄວາມນີ້ຈະພາໄປເບິ່ງ 5 ອັນດັບຄາຕະກອນຕໍ່ເນື່ອງ ທີ່ຂ້າຄົນຫຼາຍທີ່ສຸດໃນປະຫວັດສາດ.

ອັນດັບ 5 ດຣ. ຮາຣອລ໌ດ ຊິປແມນ (Dr.Harold Shipman)


ແພດຊາວອັງກິດ ຜູ້ທີ່ຊຳນານໃນການຂ້າຄົນ ໃນອະດີດທີ່ຜ່ານມາ ທີ່ມີອາຊີບແພດສະໄໝໃໝ່ ໂດຍເປົ້າໝາຍຂອງການສັງຫານ ແມ່ນບຸກຄົນທີ່ປ່ວຍທາງຈິດ ແລະ ເປັນຜູ້ຍິງ ຈາກການສືບສວນສາມາດພິສູດວ່າ ລາວຂ້າຄົນຕາຍໄປຢ່າງໜ້ອຍ 216 ຄົນ ໂດຍໃຫ້ຢາກິນເກີນຂະໜາດ ແລະ ສຸດທ້າຍຖືກຕັດສິນຈຳຄຸກ ຕະຫຼອດຊີວິດ.

ອັນດັບ 4 ເປໂດຣ ໂລເປຊ (Pedro Lopez)


ເປໂດຣ ໂລເປຊ ເຈົ້າຂອງສາຍາ “ອະສູນແຫ່ງພູເຂົາແອນດິສ” ສ້າງສະຖິຕິຂ້າໄປແລ້ວປະມານ 300 ສົບ ໂດຍ 100 ສົບ ເປັນຜູ້ຍິງເຜົ່າອິນເດຍແດງ ເກືອບທັງໝົດຖືກຂົ່ມຂືນຢ່າງຮຸນແຮງ ກ່ອນທີ່ຈະຮັດຄໍ ຫຼື ບີບຄໍຕາຍ.
ໂດຍໃນຊ່ວງທ້າຍທົດສະວັດ 70 ເປໂດຣ ຂ້າຄົນເປັນປະຈຳ ເຖິງ 3 ປະເທດຄື: ເປຣູ ໂຄລຳເບຍ ແລະ ເອກວາດໍ ກ່ອນທີ່ຈະຖືກຈັບໃນຂະນະທີ່ກຳລັງຂ້າພໍດີ ແລະ ຖືກຈັບໄປດຳເນີນຄະດີ ທີ່ໂຄລຳເບຍໃນປີ 1998.

ອັນດັບ 3 ຫຼຸຍສ໌ ອັລເບີໂຕ້ ກາຣາວິໂຕ້ (Luis Garavito)


ຫຼຸຍສ໌ ອັລເບີໂຕ້ ກາຣາວິໂຕ້ ເກີດທີ່ປະເທດໂຄລຳເບຍ ເມື່ອວັນທີ 25 ມັງກອນ 1957 ເຈົ້າຂອງສາຍາ “ອະສູນແຫ່ງສວນອ້ອຍ” ຈາກປາກຄຳໃຫ້ການຂອງລາວສາລະພາບວ່າ ລົງມືສັງຫານເຫຍື່ອຫຼາຍເຖິງ 1,800 ຄົນ!! (1982-1999) ສ່ວນຫຼາຍເປັນເດັກບໍ່ມີບ່ອນຢູ່ ເດັກເຮັດນາ ເດັກຂ້າງຫົນທາງ ອາຍຸລະຫວ່າງ 6 -16 ປີ.
ແຕ່ການຕາມຮອຍຫາສົບ ຂອງຄາຕະກອນຜູ້ນີ້ ສາມາດຕາມເກັບໄດ້ພຽງ 140 ສົບເທົ່ານັ້ນ ເຊິ່ງລາວສາລະພາບວ່າ ລາວມັກທໍລະມານເຫຍື່ອ ກ່ອນທີ່ຈະຂ້າດ້ວຍການຕັດຄໍ ຈາກນັ້ນກໍ່ຖິ້ມສົບໄວ້ທີ່ສວນອ້ອຍ. ປັດຈຸບັນ ລາວຖືກຕັດສິນໃຫ້ຈຳຄຸກເຖິງ 2,400 ປີ ແຕ່ລາວກໍ່ຍັງຢືນຢັນວ່າ ຖ້າສາມາດອອກຈາກຄຸກໄດ້ ລາວກໍ່ຈະຂ້າຄົນອີກ.

ອັນດັບ 2 ອລິຊາເບທ ບາໂທຣີ່ (Elizabeth Bathory)


ອລິຊາເບທ ບາໂທຣີ່ ພັນລະຍາຂອງທ່ານ ເຄ້າທ໌ຮັງກາຣີ ທີ່ມີຊື່ສຽງ ທີ່ຄິດວ່າເລືອດຂອງເດັກສາວ ເປັນຢາອາຍຸວັດທະນະ ທີ່ຫຼຸດຄວາມເຖົ້າໄດ້ ຖືກກ່າວວ່າເປັນຜູ້ທີ່ສັງຫານຍິງສາວຫຼາຍກວ່າ 600 ຄົນ ເພື່ອເອົາເລືອດຈາກສົບເດັກສາວ ມາອາບແທນນໍ້າ.
ຜົນສຸດທ້າຍຖືກຈັບໄດ້ໃນເດືອນມັງກອນ ປີ 1611 ອລິຊາເບທ ຖືກຕັດສິນໃຫ້ຈຳຄຸກຕະຫຼອດຊີວິດ ສ່ວນຜູ້ທີ່ຮ່ວມສັງຫານທຸກຄົນ ກໍ່ລ້ວນແຕ່ຖືກເຜົາທັງເປັນ ນາງໄດ້ເສຍຊີວິດ 3 ປີຕໍ່ມາ.

ອັນດັບ 1 ທັກກີ ບູຣາມ (Thug Behram)


ທັກກີ ບູຣາມ ເປັນນັກເລງຊາວອິນເດຍ ທີ່ນັບຖືລັດທິນອກສາສະໜາ ຖືກຕັດສິນວ່າໄດ້ເຮັດການຄາຕະກຳໄປ 931 ຄົນ!! ໂດຍວິທີການປຸ້ນຊັບ ແລ້ວບີບຄໍ ຫຼື ໃຊ້ຜ້າເຊັດໜ້າຮັດຄໍ ແຕ່ຜົນສຸດທ້າຍກໍ່ຖືກຈັບໄດ້ໂດຍທະຫານອັງກິດ ໃນປີ 1840 (ຕອນນັ້ນອິນເດຍ ເປັນເມືອງຂຶ້ນຂອງອັງກິດ) ແລະ ລາວໄດ້ຖືກຕັດສິນໃຫ້ແຂວນຄໍ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments