ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 3 ພຶດສະພາວ່າ ຍ້ອນກັບໄປເມື່ອປີ 1961 ຄິມ ອິລ-ຊຸງ ຜູ້ນຳສູງສຸດຂອງເກົາຫຼີເໜືອໃນເວລານັ້ນ ເດີນທາງຢ້ຽມຢາມ ນະຄອນຫຼວງປັກກິ່ງ ເພື່ອລົງນາມໃນຂໍ້ຕົກລົງຄວາມຮ່ວມມື ດ້ານການປ້ອງກັນປະເທດ ໃນລະດັບທະວິພາຄີ ດ້ວຍຄວາມຄາດຫວັງຢ່າງສູງວ່າ ເກົາຫຼີເໜືອຈະໄດ້ຮັບການປົກປ້ອງ ທາງການທະຫານຢ່າງເຕັມຮູບແບບ ຈາກປະເທດເພື່ອນບ້ານທີ່ມີອານາເຂດທີ່ກວ້າງໃຫຍ່ ແລະ ປົກຄອງດ້ວຍລະບອບກອມມູນິດ.
ແຕ່ຢ່າງໃດກໍ່ຕາມ ຜ່ານມານານກວ່າ 50 ປີ ພ້ອມກັບການທົດສອບລະເບີດນິວເຄລຍຂອງເກົາຫຼີເໜືອ ທີ່ເກີດຂຶ້ນມາແລ້ວຢ່າງໜ້ອຍ 5 ຄັ້ງ ນັບຕັ້ງແຕ່ປີ 2006 ເປັນຕົ້ນມາ ລະດັບຄວາມເຂັ້ມຂຸ້ນ ຂອງການຍຶດໝັ້ນໃນອຸດົມການ ສັງຄົມນິຍົມກຳລັງປ່ຽນໄປຕາມກາລະເວລາ ຫຼາຍຝ່າຍສະແດງຄວາມສົງໄສ ຫຼາຍຂຶ້ນວ່າ ຈີນຈະຍັງມອບຄວາມຄຸ້ມຄອງໃຫ້ກັບເກົາຫຼີເໜືອ ຫຼື ບໍ່ ແລະ ຈະຫຼາຍຫຼືໜ້ອຍພຽງໃດ ຫາກວ່າສະຖານະການແຫຼມເກົາຫຼີກາຍເປັນສົງຄາມນິວເຄລຍແທ້.
ເໝົາ ເຈີຕຸງ ປະທານພັກກອມມູນິດຈີນ ໃນຍຸກທີ່ເກົາຫຼີເໜືອ ຢູ່ພາຍໃຕ້ການປົກຄອງຂອງ ຄິມ ອິລ-ຊຸງ ທີ່ເຄີຍໃຫ້ນິຍາມຄວາມສຳພັນລະຫວ່າງສອງປະເທດເອົາໄວ້ ຢ່າງໃຫ້ຊິດກັນວ່າ "ປານລິມຝີປາກກັບແຂ້ວ" ຂະນະທີ່ ຄິມ ອິລ-ຊຸງ ມີຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າ ເກົາຫຼີເໜືອຈະປອດໄພຢ່າງແນ່ນອນ ເມື່ອຢູ່ພາຍໃຕ້ຮົ່ມເງົາ ຂອງຈີນ.
ແຕ່ທັງປະທານເໝົາ ແລະ ຄິມ ອິລ-ຊຸງ ໄດ້ເສຍຊີວິດ ໄປນານແລ້ວທັງສອງ ປັດຈຸບັນ ຜູ້ນຳຈີນແມ່ນ ປະທານາທິບໍດີ ສີ ຈິ້ນຜິງ ແລະ ເກົາຫຼີເໜືອຢູ່ພາຍໃຕ້ການປົກຄອງຂອງ ຄິມ ຈອງ-ອຶນ ຫຼານຊາຍຂອງ ຄິມ ອິລ-ຊຸງ ທັງສອງຢູ່ໃນໄວອາຍຸທີ່ແຕກຕ່າງກັນຫຼາຍ ແລະ ຍັງບໍ່ເຄີຍພົບກັນຢ່າງເປັນທາງການເລີຍ. ແຕ່ຢ່າງໃດກໍ່ຕາມຫຼາຍຝ່າຍຍັງຄົງເຊື່ອໝັ້ນວ່າ ຂໍ້ຕົກລົງດ້ານຄວາມໝັ້ນຄົງສະບັບນີ້ ມີຄວາມສຳຄັນຢ່າງສູງລະຫວ່າງສອງປະເທດ ແມ້ວ່າທ່າທີຂອງຈີນ ຍັງຄົງເປັນປິດສະໜາຫຼາຍກໍ່ຕາມ ໃນກໍລະນີທີ່ມີການປະເຊີນໜ້າທາງທະຫານ ລະຫວ່າງອາເມຣິກາກັບເກົາຫຼີເໜືອເກີດຂຶ້ນແທ້.
ຖ້າຫາກເກີດສົງຄາມຂຶ້ນມາແທ້ ເຈົ້າຄິດວ່າທາງປະເທດຈີນຈະຢູ່ຂ້າງໃດ? ຂ້າງເກົາຫຼີເໜືອ ຫຼື ຂ້າງອາເມຣິກາກັບເກົາຫຼີໃຕ້?
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment